ທີ່ການພົບປະກັບທ່ານນາງ Mihalcescu ຮອງປະທານສະພາຕໍ່າຣູມານີ, ທ່ານ ຟ້າມບິ່ງມິງ ຕີລາຄາສູງການຊ່ວຍເຫຼືອຂອງລັດ ແລະປະຊາຊົນຣູມານີ ທີ່ໄດ້ສະຫງວນໃຫ້ຫວຽດນາມ ໃນຫຼາຍປີຜ່ານມາ, ໃນນັ້ນມີເລື່ອງບໍາລຸງສ້າງໃຫ້ນັກສຶກສາຫວຽດນາມ  ກວ່າ 4.000 ຄົນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາງ Mihalcescu ຮອງປະທານສະພາຕໍ່າຣູມານີ. ພາບ: vov.vn

ທ່ານນາງ Mihalcescu  ຢັ້ງຢືນວ່າ ຈະສະໜັບສະໜູນລັດຖະບານສອງປະເທດໃນການພັດທະນາການຮ່ວມມືສອງຝ່າຍຢ່າງຮອບດ້ານ, ສະພາແຫ່ງຊາດ ຣູມານີ  ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໂດຍໄວ ແລະຈະໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ IPA ພາຍຫຼັງສັນຍານີ້ໄດ້ລົງນາມຢ່າງເປັນທາງການ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ແລະທ່ານ Teodor Melescanu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ. ພາບ: vov.vn

ທີ່ການ Teodor Melescanu ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ສອງຝ່າຍຖືວ່າ, ຄວນຮັກສາການແລກປ່ຽນບັນດາຄະນະສິລະປະພື້ນເມືອງ, ຜະລິດຮູບເງົາ, ສົມທົບກັນຈັດຕັ້ງບັນດາເຫດການວັດທະນະທໍາ. ຄຽງຂ້າງນັ້ນ, ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ວິທະຍາສາດ-ເຕັກນິກ, ພິຈາລະນາການນຳເອົາຜູ້ອອກແຮງງານທີ່ມີສີມືແຮງງານສູງຂອງຫວຽດນາມ ມາເຮັດວຽກຢູ່ ຣູມານີ. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ,  ເຫັນດີເປັນເອກະພາບສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ກໍ່ຄື ໃນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະໃນໂລກ. ດ້ວຍບົດບາດເປັນປະທານ ອີຢູ ໃນ 6 ເດືອນຕົ້ນປີ 2019, ຣູມານີ ຢັ້ງຢືນວ່າຈະສະໜັບສະໜູນການພົວພັນ ຫວຽດນາມ ກັບ ອີຢູ ໃນນັ້ນມີ EVFTA.

 

ແປໂດຍ: ທູຈາງ