ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງຫົວຂໍ້ຂອງກອງປະຊຸມສໍາມະນາທິດສະດີ ຄັ້ງທີ 14 ລະຫວ່າງສອງພັກ; ເນັ້ນໜັກເຖິງຄວາມໝາຍຂອງການປ່ຽນແປງໃໝ່ຢູ່ ຫວຽດນາມ ແລະການປະຕິຮູບເປີດປະຕູຢູ່ ຈີນ ສໍາລັບພາລະກິດພັດທະນາຢູ່ແຕ່ລະປະເທດ. ເລື່ອງສອງພັກສະຫຼຸບທິດສະດີ ແລະພຶດຕິກໍາຕົວຈິງແຫ່ງການປ່ຽນແປງໃໝ່, ການປະຕິຮູບເປີດປະຕູ ແລະການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນເປັນປະຈໍາແມ່ນຈໍາເປັນທີ່ສຸດ.

ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍຮັກສາການພົບປະ, ແລກປ່ຽນຂັ້ນສູງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢ່າງແທດຈິງ, ເພີ່ມທະວີການແລກປ່ຽນ ແລະການພົບປະແລກປ່ຽນລະຫວ່າງບັນດາອົງການຂອງພັກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະປະຊາຊົນສອງປະເທດ; ເນ້ັນໜັກເຖິງບົດບາດສໍາຄັນຂອງບັນດາອົງການໂຄສະນາສຶກສາ, ໂຄສະນາ ແລະສື່ມວນຊົນສອງປະເທດ ໃນການປະກອບສ່ວນນໍາການພົວພັນ ຫວຽດນາມ-ຈີນ ໃຫ້ນັບມື້ນັບພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນ ສອງປະເທດ, ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ Huang Kunming, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Huang Kunming ຢ້ັງຢືນວ່າ, ພັກ, ລັດຖະບານຈີນ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກພ້ອມກັບ ຫວຽດນາມ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ນໍາການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງປອດໃສ, ຕັ້ງໜ້າ, ສະຖຽນລະພາບຕາມທິດນໍາ “ 16 ຄໍາສັບ” ແລະຈິດໃຈ “ 4 ດີ”.

ທ່ານ Huang Kunming ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຈັດຕັ້ງກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກເປັນປະຈໍາປີ; ຕີລາຄາສູງຫົວຂໍ້ຂອງກອງປະຊຸມສໍາມະນາທິດສະດີ ຄັ້ງທີ 14; ສະແດງຄວາມປາດຖະໜາ ແລະພ້ອມແລ້ວທີ່ຈະພ້ອມກັບຝ່າຍຫວຽດນາມ ລົງເລິກແລກປ່ຽນທິດສະດີ ແລະແບ່ງປັນບົດຮຽນພຶດຕິກໍາຕົວຈິງກ່ຽວກັບການປ່ຽນແປງໃໝ່ ແລະການປະຕິຮູບເປີດປະຕູ.

 

ແປໂດຍ: ທູຈາງ