leftcenterrightdel
ທ່ານ ເວືອງດີ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ເຮັດວຽກກັບທ່ານ Roberto Ampuero Espinoza ລັດຖະມົນຕີຕ່າງປະເທດ ຈີເລ. ພາບ: baochinhphu.vn.

ທ່ານຮອງນາຍົກລັດຖະມົນຕີ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ; ປະຕິບັດບັນດາກົນໄກຮ່ວມມືລະຫວ່າງສອງລັດຖະບານ ແລະບັນດາກະຊວງ, ຂະແໜງການຢ່າງມີປະສິດທິຜົນ; ພ້ອມກັນຊຸກຍູ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີີຟິກ (CPTPP) ໂດຍໄວ ແລະຍຶດໝັ້ນປະຕິບັດການຫັນການຄ້າເປັນເສລີ ເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດສອງປະເທດສຳຜັດກັບຕະຫຼາດຂອງກັນ.

ສອງຝ່າຍເຫັນດີເປັນເອກະພາບກັນຮ່ວມມືຢ່າງແໜ້ນແຟ້ນເພື່ອໃຫ້ ຈີເລ ຈັດຕັ້ງປີ APEC 2019 ປະສົບຜົນສຳເລັດ, ສົມທົບກັນຢ່າງມີປະສິດທິຜົນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະແລກປ່ຽນບາງບັນຫາ ເຊິ່ງພາກພື້ນ ແລະສາກົນມີຄວາມສົນໃຈ, ໃນນັ້ນມີຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ ແລະເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ  ພົບປະກັບທ່ານ Larrain Bascuñan ລັດຖະມົນຕີກະຊວງການເງິນຈີເລ. ພາບ: baochinhphu.vn

ທີ່ການພົບປະກັບທ່ານ Felipe Larrain Bascuñan ລັດຖະມົນຕີກະຊວງການເງິນຈີເລ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີເລ ເພື່ອຈັດຕັ້ງ APEC 2019 ສຳເລັດຜົນ, ພິເສດແມ່ນບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີການເງິນ APEC.

ແປໂດຍ: ທູຮັ່ງ