leftcenterrightdel
ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ພົບປະກັບທ່ານ ປະທານາທິບໍດີ ບຣາຊິນ Michel Temer, ຢູ່ນະຄອນຫຼວງ Brasilia. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ບັນດາການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຖືວ່າສອງພື້ນຖານເສດຖະກິດ ຫວຽດນາມ ແລະບຣາຊິນ ມີລັກສະນະເພີ່ມເຕີມໃຫ້ກັນສູງ; ປະຈຸບັນບັນດາການແລກປ່ຽນການຄ້າ, ລົງທຶນຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ, ຕາມນັ້ນແລ້ວ, ຊົມເຊີຍບັນດາວິສາຫະກິດກຳແໜ້ນບັນດາເງື່ອນໄຂສະດວກ ເຊິ່ງລັດຖະບານສອງຝ່າຍບັນລຸໄດ້ເພື່ອຫັນກາລະໂອກາດດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ. ບັນດາວິສາຫະກິດ ບຣາຊິນ ສະແດງຄວາມສົນໃຈເປັນພິເສດເຖິງຕະຫຼາດ ຫວຽດນາມ ແລະຊອກຮູ້ບັນດາກາລະໂອກາດຮ່ວມມື, ຄື: ນຳເຂົ້າບັນດາປະເພດສິນຄ້າສິນໃນນ້ຳໃໝ່ແມ່ນກຸ້ງ ແລະປາທູ...; ຊອກຫາຄູ່ຮ່ວມມືນຳເຂົ້າເຮືອບິນປະເພດຕ່ຳກວ່າ 150 ບ່ອນນັ່ງ; ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນຜະລິດ ແລະຈຳໜ່າຍນ້ຳມັນ ethanol; ຮ່ວມມືສົ່ງອອກ ຫຼື ພ້ອມກັນຜະລິດບາງປະເພດສິນຄ້າດ້ານປ້ອງກັນຊາດ ແລະພິຈາລະນາເປີດກວ້າງການຮ່ວມມືບັນດາຂົງເຂດໃໝ່, ຄື ອຸດສາຫະກຳເຕັກໂນໂລຢີສູງ, ການເງິນທະນາຄານ, ການສຶກສາ, ການຢາ.

leftcenterrightdel
ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ  ເປັນສັກຂີພິຍານພິທີລົງນາມໃນສັນຍາຂົນສົ່ງທາງການບິນລະຫວ່າງລັດຖະບານສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເວືອງດີ່ງເຫ້ວ ຮອງລັດຖະມົນຕີ  ໃຫ້ຮູ້ວ່າບັນດາວິສາຫະກິດ ບຣາຊິນ ສາມາດເຂົ້າຮ່ວມວິວັດການສ້າງໂຄງປະກອບບັນດາລັດວິສາຫະກິດຂອງ ຫວຽດນາມ ຄືນໃໝ່ ຫຼື ລົງທຶນເຂົ້າບັນດາຮາກຖານຜະລິດຢູ່ ຫວຽດນາມ, ເພື່ອແຊກຊຶມເຂົ້າຕະຫຼາດຫວຽດນາມ, ອາຊຽນ ຫຼື ສົ່ງອອກກັບມາ ບຣາຊິນ. ກົງກັນຂ້າມ, ລັດຖະບານຫວຽດນາມ ກໍ່ຈະສົ່ງເສີມບັນດາວິສາຫະກິດ ຫວຽດນາມ ຊອກຫາຄູ່ຮ່ວມມືລົງທຶນ, ຜະລິດຢູ່ ບຣາຊິນ ເພື່ອແຊກຊຶມເຂົ້າຕະຫຼາດກວ້າງໃຫຍ່ຂອງ ບຣາຊິນ.

ແປໂດຍ: ທູຮັ່ງ