ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານນາງ Barbara Szymanowska ເອກອັກຄະລັດຖະທູດ ໂປໂລຍ ມາເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງ Barbara Szymanowska, ເອກອັກຄະລັດຖະທູດໂປໂລຍ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສົມທົບກັນຊອກຫາບັນດາໂຄງການເໝາະສົມເພື່ອປ່ອຍບ້ວງສິນເຊື່ອພິເສດ 250 ລ້ານເອີໂຣ ເຊິ່ງສອງຝ່າຍຫາກໍ່ລົງນາມໃນການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ໂປໂລຍ ຢ່າງມີປະສິດທິຜົນ. ທ່ານປະທານປະເທດ ສະເໜີ ໂປໂລຍ ສືບຕໍ່ສະໜັບສະໜູນ, ຊຸກຍູ້ສາຍພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ. ໃນນັ້ນມີການລົງນາມສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ໂດຍໄວ .

ທ່ານປະທານປະເທດ ຫວັງວ່າລັດຖະບານ ໂປໂລຍ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງຫວຽດນາມ ເຊື່ອມຕົວເປັນຢ່າງດີ ແລະມີການດຳລົງຊີວິດເປັນປົກກະຕິ, ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສົ່ງເສີມການແລກປ່ຽນຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງສອງປະເທດ. ທ່ານປະທານປະເທດ ກໍ່ປາດຖະໜາວ່າດ້ວຍປະສົບການ ແລະຄວາມຮູ້ກ່ຽວກັບຫວຽດນາມ, ໃນຖານະຕຳແໜ່ງໃໝ່, ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ແມ່ນຂົວຕໍ່ເພື່ອຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບຫວຽດນາມ-ໂປໂລຍ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນກວ່າ.

ແປໂດຍ: ກວຽດເຕິມ