ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກບັນຫາດັ່ງກ່າວໃນການຕ້ອນຮັບທ່ານ Kim Do Hyun ເອກອັກຄະລັດຖະທູດ ສ.ເກົາຫຼີ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດທີ່ທ່ານມາຮັບໜ້າທີ່ປະຕິບັດງານທາງການທູດຢູ່ຫວຽດນາມ.

ທ່ານ ຟ້າມບິ່ງມິງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ.ເກົາຫຼີ ພັດທະນາຢ່າງແຮງໃນຫຼາຍຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ການພົບປະແລກປ່ຽນຂັ້ນສູງໄດ້ຮັບການຮັກສາ, ການຮ່ວມມືໃນຫຼາຍຂົງເຂດບັນລຸໝາກຜົນແທດຈິງ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນດ້ານການເງິນມີບັນດາບາດກ້າວພັດທະນາຢ່າງວ່ອງໄວ ແລະມີປະສິດທິຜົນ. ສ.ເກົາຫຼີ ພວມແມ່ນນັກລົງທຶນແຖວໜ້າ, ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີສອງກ່ຽວກັບ ODA ແລະການທ່ອງທ່ຽວ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ Kim Do Hyun. ພາບ:  chinhphu.vn.

ທ່ານ ຟ້າມບິ່ງມິງ ເຊື່ອໝັ້ນວ່າ, ດ້ວຍບົດຮຽນທັງໃນຂົງເຂດການທູດ ແລະເສດຖະກິດ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ຈະປະຕິບັດສໍາເລັດໜ້າທີ່ສໍາຄັນເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດມີບັນດາບາດກ້າວພັດທະນາໃໝ່, ຮອບດ້ານກວ່າ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ.

ທ່ານເອກອັກຄະລັດຖະທູດ ໃຫ້ຄໍາໝັ້ນສັນຍາວ່າຈະມານະພະຍາຍາມຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະໜູນຊ່ວຍຫວຽດນາມ ພັດທະນາລະບົບວິສາຫະກິດຂະໜາດກາງ ແລະນ້ອຍ.

 

ແປໂດຍ: ທູຈາງ