ພາຍຫຼັງຮັບຟັງຜູ້ຕາງໜ້າຄະນະຜູ້ແທນສະພາແຫ່ງຊາດ ລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ບັນດາຜູ້ມີສິດເລືອກຕັ້ງສະແດງຄວາມຊົມເຊີຍບັນດາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ໂດຍສະເພາະແມ່ນການຊັກຖາມ ແລະຕອບຄໍາຊັກຖາມຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງ.

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ໂອ້ລົມກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈິມິນ. ພາບ: ສຳນັກຂ່າວສານຫວຽດນາມ.

ເມື່ອຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບວຽກງານຕໍ່ສູ້ປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ ແລະບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ, ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແມ່ນຕໍ່ສູ້ຕ້ານອາດຊະຍາກຳສໍ້ລາດບັງຫຼວງປະເພດຕ່າງໆ, ພ້ອມທັງພິຈາລະນາຄວາມຮັບຜິດຊອບຂອງຄະນະພັກ, ຫົວໜ້າບັນດາອົງການທີ່ເກີດການສໍ້ລາດບັງຫຼວງ. ບັນດາຄະດີເສດຖະກິດກໍ່ຕ້ອງໄດ້ຮັບການພິຈາລະນາ, ລົງໂທດຖືກຕາມຂໍ້ກຳນົດຂອງພັກ ແລະກົດໝາຍຂອງລັດກ່ຽວກັບຄວາມຮັບຜິດຊອບທີ່ກ່ຽວຂ້ອງ.

 

ແປໂດຍ: ຮຸຍດົງ