ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການເຂົ້າຮ່ວມກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ຕີລາຄາກ່ຽວກັບຄວາມໝາຍ ແລະບັນດາໝາກຜົນຕົ້ນຕໍຂອງກອງປະຊຸມສຸດຍອດ ACMECS 8 ແລະກອງປະຊຸມສຸດຍອດ CLMV 9?

ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ: ສອງກອງປະຊຸມສຸດຍອດຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍຢ່າງແຮງໝາກຜົນຂອງກອງປະຊຸມສຸດຍອດ ACMECS 7 ແລະກອງປະຊຸມສຸດຍອດ CLMV 8 ທີ່ໄດ້ຈັດຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍ ໃນເດືອນຕຸລາ 2016. ນີ້ກໍ່ແມ່ນບາດກ້າວຫັນຄໍາໝັ້ນສັນຍາປີ 2016 ຂອງບັນດາການນໍາກ່ຽວກັບການປະຕິຮູບບັນດາກົນໄກຮ່ວມມື ACMECS ແລະ CLMV ເປັນລະອຽດແນໃສ່ຍົກສູງການເຄື່ອນໄຫວ ແລະເພີ່ມທະວີການສົມທົບກັບບັນດາຂອບເຂດການຮ່ວມມືເຂດອະນຸພາກພື້ນອື່ນຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ສອງກອງປະຊຸມຄັ້ງນີ້, ບັນດາການນໍາໄດ້ມີບັນດາຂໍ້ສັງເກດຮອບດ້ານ ແລະເລິກເຊິ່ງກ່ຽວກັບສະພາບການໃນໂລກ ແລະພາກພື້ນ, ກາລະໂອກາດ ແລະສິ່ງທ້າທາຍເຊິ່ງບັນດາປະເທດແມ່ນໍ້າຂອງພວມປະເຊີນໜ້າ, ຈາກນັ້ນຍົກອອກບັນດາການກຳນົດທິດນະໂຍບາຍໃຫ້ແກ່ການຮ່ວມມື ACMECS ແລະ CLMV ໃນໄລຍະຈະມາເຖິງ.  ຄວາມຮັບຮູ້ລວມແມ່ນໃນສະພາບການໃໝ່, ບັນດາປະເທດແມ່ນໍ້າຂອງຄວນເພີ່ມທະວີການເຊື່ອມຕໍ່ ແລະຊຸກຍູ້ການເຊື່ອມໂຍງແນໃສ່ເສີມຂະຫຍາຍທ່າແຮງກ່ຽວກັບທີ່ຕັ້ງພູມສາດດ້ານການເມືອງ ແລະຄວາມສາມາດບົ່ມຊ້ອນຕະຫຼາດຂອງພາກພື້ນ. ບົນຈິດໃຈນັ້ນ, ບັນດາການນໍາໄດ້ເຫັນດີເປັນເອກະພາບຮັບຮອງເອົາບັນດາເອກະສານມີຄວາມໝາຍກໍານົດທິດພັດທະນາສໍາຄັນໃຫ້ສອງກົນໄກໃນໄລຍະຈະມາເຖິງ. ບັນດາຖະແຫຼງການຮ່ວມຂອງສອງກອງປະຊຸມໄດ້ຢືນຢັນເຖິງຄວາມຕັດສິນໃຈຂອງບັນດາປະເທດສະມາຊິກ ACMECS ແລະ CLMV, ກ່ຽວກັບການສ້າງເຂດອະນຸພາກພື້ນແມ່ນໍ້າຂອງແຫ່ງສັນຕິພາບ, ພັດທະນາກວມລວມ, ຍືນຍົງ ແລະວັດທະນາຖາວອນ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ວ່າບັນດາການປະກອບສ່ວນ ແລະຂໍ້ລິເລີ່ມຂອງຫວຽດນາມ ຢູ່ກອງປະຊຸມສຸດຍອດ ACMECS 8 ແລະກອງປະຊຸມສຸດຍອດ CLMV 9?

ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ: ໃນສອງປີຜ່ານມາ, ເພື່ອກະກຽມໃຫ້ສອງກອງປະຊຸມສຸດຍອດຄັ້ງນີ້, ຫວຽດນາມແມ່ນປະເທດຕັ້ງໜ້າເຂົ້າຮ່ວມໃນວິວັດການສ້າງບັນດາແນວຄວາມຄິດ, ຂໍ້ລິເລີ່ມໃໝ່ແນໃສ່ຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS 7 ແລະກອງປະຊຸມສຸດຍອດ CLMV 8. ພວກເຮົາກໍ່ໄດ້ປະກອບສ່ວນເຂົ້າໃນວິວັດການສ້າງເອກະສານຂອງສອງກອງປະຊຸມຫຼາຍທີ່ສຸດ. ພວກເຮົາໄດ້ສະເໜີໃຫ້ນໍາເຂົ້າໃນແຜນການສັງລວມ ACMECS, ຖະແຫຼງການຮ່ວມ CLMV ມີບັນດາເນື້ອໃນ, ການເຄື່ອນໄຫວຢ່າງລະອຽດກ່ຽວກັບການພັດທະນາແບບຍືນຍົງ, ການຄ້າການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການພົບປະແລກປ່ຽນ-ການທ່ອງທ່ຽວ... ບັນດາກະຊວງ, ຂະແໜງການຂອງຫວຽດນາມ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສໍາຄັນໃນຂອບເຂດສອງກົນໄກຮ່ວມມື ຄື ບັນດາງານຕະຫຼາດນັດທ່ອງທ່ຽວສາກົນ, ງານຕະຫຼາດນັດການຄ້າປະຈໍາປີ...

ທີ່ສອງກອງປະຊຸມ, ບັນດາຄຳປາໄສ ແລະຂໍ້ສະເໜີກ່ຽວກັບກໍານົດທິດການຮ່ວມມືຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບການຕີລາຄາສູງຈາກບັນດາປະເທດຍ້ອນວ່າໄດ້ສ່ອງແສງຕິດແທດກັບຄວາມຕ້ອງການຕົວຈິງ ແລະນໍາມາເຊິ່ງຜົນປະໂຫຍດຢ່າງລະອຽດໃຫ້ບັນດາປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ສືບຕໍ່ໜູນຊ່ວຍດ້ານເຕັກນິກສະຫງວນໃຫ້ບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ ຄື ສະໜອງທຶນການສຶກສາ CLMV ແລະພ້ອມແລ້ວທີ່ຈະຕ້ອນຮັບນັກສຶກສາທີ່ມາຈາກບັນດາປະເທດ ACMECS...

ບັນດາປະເທດ CLMV ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນການເຊື່ອມຕໍ່ພື້ນຖານໂຄງລ່າງແບບນຸ້ມນວນ. ບັນດາໂຄງການໂທລະຄົມມະນາຄົມຂອງກຸ່ມບໍລິສັດ Viettel ປະກອບສ່ວນສໍາຄັນຊຸກຍູ້ການເຊື່ອມຕໍ່ໂທລະຄົມມະນາຄົມລະຫວ່າງ 4 ປະເທດ.

ອາດເວົ້າໄດ້ວ່າ, ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ກອງປະຊຸມສຸດຍອດ ACMECS 8 ແລະກອງປະຊຸມສຸດຍອດ CLMV 9 ອີກເທື່ອໜຶ່ງໄດ້ຢືນຢັນເຖິງຈິດໃຈເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ໃນວິວັດການເຂົ້າຮ່ວມໃນບັນດາຂອບເຂດການຮ່ວມມືຢູ່ພາກພື້ນ, ປະກອບສ່ວນຊຸກຍູ້ການພັດທະນາຂອງເຂດອະນຸພາກພື້ນແມ່ນໍ້າຂອງຢ່າງຮອບດ້ານ ແລະຍືນຍົງ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

 

ແປໂດຍ: ເຈິ່ນຮວ່ຽນ