ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ກັບບັນດາບາດກ້າວພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ດ້ວຍຄວາມຕັດສິນໃຈສືບຕໍ່ນໍາການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະສັນສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະໝາກຜົນຂອງກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 40 ຢ່າງຄົບຖ້ວນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ. ພາບ: Chinhphu.vn.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະສະຫງວນບູລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນສະໜິດຕິດແໜ້ນແບບພິເສດກັບ ລາວ. ທ່ານນາຍົກລັດຖະມົນຕີ ຂອບໃຈລັດຖະບານ ລາວ ທີ່ໄດ້ພ້ອມກັບບັນດາປະເທດ ອາຊຽນ ອື່ນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະການສະໜັບສະໜູນຂອງ ລາວ ຕໍ່ກັບບັນດາຂໍ້ລິເລີ່ມຂອງ ຫວຽດນາມ ຢູ່ສະພາສິດທິມະນຸດໃນໄລຍະຜ່ານມາ.

ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ, ທ່ານຈະພົບປະ ແລະແລກປ່ຽນໂດຍກົງກັບບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດໍາເນີນທຸລະກິດຢູ່ ລາວ ໂດຍໄວ, ຢືນຢັນຈະຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ລາວ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດໃນການຮ່ວມມື, ພິເສດແມ່ນຢູ່ບັນດາໂຄງການສໍາຄັນທີ່ມີຄວາມໝາຍໃຫຍ່ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ສອງຝ່າຍ.

 

ແປໂດຍ: ກວຽດເຕີມ