ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງການພັດທະນາຂອງສາຍພົວພັນມິດຕະພາບຫວຽດນາມ-ຈີນ ໃນໄລຍະຜ່ານມາ, ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ຖືເປັນສໍາຄັນການພັດທະນາຢ່າງໝັ້ນຄົງ, ຍາວນານກັບຈີນ; ສະເໜີລັດຖະບານຈີນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມ ໄດ້ສົ່ງອອກມາຍັງຕະຫຼາດຈີນ ຫຼາຍກວ່າອີກ; ຜັນຂະຫຍາຍບັນດາໂຄງການຮ່ວມມືຖືກຕ້ອງຕາມຂໍ້ຕົກລົງ, ຮັບປະກັນຄຸນນະພາບ ແລະຄວາມກ້າວໜ້າ; ສະເໜີລັດຖະບານສອງປະເທດສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການແລກປ່ຽນ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນຊາຍແດນ, ປົກປັກຮັກສາສະພາບແວດລ້ອມໄວ້ໃຫ້ໝັ້ນຄົງເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາທ້ອງຖິ່ນຫວຽດນາມ ເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບແຂວງ ຢຸນນານ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຈີນ HuChun Hua. ພາບ: baochinhphu.vn.

ທ່ານຮອງນາຍົກລັດຖະມົນຕີຈີນ HuChun Hua ແລະທ່ານ RuanCheng Fa ເຈົ້າແຂວງໆ ຢຸນນານ ຢັ້ງຢືນວ່າ, ຈີນ ຖືເປັນສໍາຄັນການພັດທະນາຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮ້ອບດ້ານກັບຫວຽດນາມ, ຕີລາຄາສູງບັນດາການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງປະເທດໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງຝ່າຍຍັງໃຫຍ່ຫຼວງຢູ່, ກຽມພ້ອມກັບຫວຽດນາມ ເປີດກວ້າງ ແລະຍົກສູງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ, ປອດໃສ.

 

ແປໂດຍ: ຫງວຽນກຸກ