ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຮອບດ້ານໃນທຸກຂົງເຂດ; ການນໍາຂັ້ນສູງສອງປະເທດ ບັນລຸໄດ້ຂໍ້ຕົກລົງສໍາຄັນຫຼາຍສະບັບ, ຊຸກຍູ້ການພົວພັນສອງຝ່າຍຕາມທິດທີ່ຖືກຕ້ອງ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງແຕ່ລະປະເທດ. ທ່ານປະທານປະເທດ ເນັ້ນໜັກວ່າ, ຫວຽດນາມ ສະໜັບສະໜູນນະໂຍບາຍ “ການກະທໍາມຸ່ງໄປສູ່ທິດຕາເວັນອອກ” ຂອງລັດຖະບານອິນເດຍ; ຢືນຢັນວ່າ ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຕີລາຄາສູງຕໍ່ອາລົມຈິດອັນດີງາມ, ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງທັງດ້ານວັດຖຸ ແລະຈິດໃຈ ຂອງລັດ, ປະຊາຊົນ ແລະກອງທັບອິນເດຍ ໃນໄລຍະຜ່ານມາ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານນາງ Nirmala Sitharaman  ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ.

ບົນພື້ນຖານຜົນການຮ່ວມມືໃນໄລຍະຜ່ານມາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີການນໍາສອງກະຊວງປ້ອງກັນປະເທດ ຕັ້ງໜ້າຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຂອງສອງຝ່າຍຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຕົກລົງກັນຢ່າງຮອບດ້ານ ແລະມີປະສິດທິຜົນ, ຄື: ການແລກປ່ຽນຄະນະ, ການຮ່ວມມືບໍາລຸງສ້າງ, ອຸດສາຫະກໍາດ້ານປ້ອງກັນຊາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຄົ້ນຄວ້າຍຸດທະສາດ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ...

ລາຍງານກ່ຽວກັບໝາກຜົນການພົບປະເຈລະຈາລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ທ່ານນາງ Nirmala Sitharaman ໃຫ້ຮູ້ວ່າ, ສອງຝ່າຍໄດ້ແບ່ງປັນຄວາມຮັບຮູ້ລວມ, ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາ ແລະເປີດກວ້າງການຮ່ວມມືໃນບັນດາຂົງເຂດກໍ່ສ້າງພະນັກງານ, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກໍາປ້ອງກັນຊາດ. ທ່ານນາງ Nirmala Sitharaman ຢືນຢັນວ່າ, ອິນເດຍ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ.

ແປໂດຍ: ກວຽດເຕິມ