ດ້ວຍຫົວຂໍ້ “ຮັກສາອາຊີທີ່ເປີດອົກເປີດໃຈ-ແບບວິທີຮັບປະກັນວັດທະນາຖາວອນ ແລະສະຖຽນລະພາບ”, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາທ່າອ່ຽງ, ປັດໄຈມີຜົນສະທ້ອນສໍາຄັນເຖິງການພັດທະນາຂອງອາຊີ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສະເໜີ 5 ກຸ່ມມາດຕະການຕົ້ນຕໍຊ່ວຍ ອາຊີ ຮັກສາທ່າເຕີບໂຕໃນເງື່ອນໄຂໃໝ່, ລວມມີ: ເຄົາລົບກົດໝາຍສາກົນເວົ້າລວມ ແລະປະຕິບັດຕາມບັນດາຂໍ້ກໍານົດຂອງອົງການການຄ້າໂລກ (WTO) ຢ່າງເຂັ້ມງວດ; ຍູ້ແຮງການເປີດປະຕູ ແລະເຊື່ອມໂຍງດ້ານເສດຖະກິດຢ່າງຮອບດ້ານ ເພື່ອຮັບປະກັນຜົນປະໂຫຍດຂອງທຸກຝ່າຍເຂົ້າຮ່ວມຢ່າງກົມກຽວ; ຍູ້ແຮງການເປີດປະຕູພື້ນຖານເສດຖະກິດໃຫ້ເໝາະສົມກັບລະດັບຄວາມໄວ  ແລະລະດັບການພັດທະນາຂອງແຕ່ລະປະເທດ; ຄວນມີຈິນຕະນາການໃໝ່ກ່ຽວກັບການພັດທະນາຖືຄວາມດຸນດ່ຽງ, ຄວາມກົມກຽວກັນ, ຄວາມເປີດອົກເປີດໃຈ, ການຮ່ວມມືເປັນພື້ນຖານ, ຖືຄົນແມ່ນປັດໄຈຕົ້ນຕໍ ແລະຫົວຄິດປະດິດສ້າງແມ່ນກໍາລັງແຮງຂອງການພັດທະນາ; ເພີ່ມທະວີສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອຮັບປະກັນຄວາມໝັ້ນຄົງ, ການເມືອງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ກອງປະຊຸມອະນາຄົດອາຊີ. ພາບ: baochinhphu.vn.

ຫວນຄືນ 45 ປີແຫ່ງການຮ່ວມມືລະຫວ່າງ ຫວຽດນາມ-ຍີປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາອັນດີງາມທີ່ສຸດ ແລະສະແດງຄວາມເຊື່ອໝັ້ນວ່າການຮ່ວມມືລະຫວ່າງສອງປະເທດຈະນັບມື້ນັບພັດທະນາຢ່າງຮອບດ້ານ ແລະແທດຈິງໃນທຸກຂົງເຂດ.

 

ແປໂດຍ: ທູຈາງ