ຕອນບ່າຍວັນທີ 5 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບຄະນະຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນການພົບປະເຈລະຈາ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Wesley W. Simina ປະທານສະພາແຫ່ງຊາດສະຫະພັນ Micronesia ທີ່ພິທີຕ້ອນຮັບ. ພາບ: ຮວ່າງກວິ່ງ.

ທີ່ການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບ Micronesia; ຂອບໃຈ Micronesia ທີ່ໄດ້ສະໜັບສະໜູນຫວຽດນາມ ກາຍເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2008-2009.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຮວ່າງກວິ່ງ.

ປະທານສະພາແຫ່ງຊາດສອງທ່ານຖືວ່າ, ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ ແລະທ່ອງທ່ຽວ ໃນໄລຍະຜ່ານມາຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະລົງນາມໃນຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ ເຊິ່ງແຕ່ລະຝ່າຍມີທ່າແຮງ ໂດຍໄວ. 

ໃນສະພາບການພາກພື້ນ ແລະສາກົນກໍາລັງປ່ຽນແປງຢ່າງໄວວາ ແລະສັບສົນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີສອງປະເທດຕັ້ງໜ້າສົມທົບກັນ ແລະສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະຫຼາຍຝ່າຍ, ໂດຍສະເພາະແມ່ນທີ່ສະຫະປະຊາຊາດ; ພ້ອມທັງສະເໜີ Micronesia ສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ແປໂດຍ: ຮວ່າງເຈື່ອງ