ທ່ານຮອງປະທານສະພາຕ່ຳ Vojtech Filip ຖືວ່າ, ຫວຽດນາມ ແລະສ.ເຊັກ ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຮ່ວມມືຫຼາຍຢ່າງ; ພ້ອມທັງສະແດງຄວາມປາດຖະໜາວ່າຫວຽດນາມ ຈະນຳໃຊ້ນະໂຍບາຍອອກວິຊາສະດວກກວ່າສຳລັບພົນລະເມືອງ ເຊັກ ໂດຍໄວ. ທ່ານ Vojtech Filip ໃຫ້ຮູ້ວ່າ: ເຊັກ ກໍ່ຈະສ້າງເງື່ອນໄຂສະດວກກ່ຽວກັບລະບຽບການອອກວິຊາໃຫ້ຊາວຫວຽດນາມ ໄປອອກແຮງງານ, ຮ່ຳຮຽນ, ທ່ອງທ່ຽວຢູ່ເຊັກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕ່ຳ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບບັນດາປະເທດທີ່ເປັນມູນເຊື້ອຢູ່ພາກພື້ນເອີລົບຕາເວັນອອກກາງ, ໃນນັ້ນມີ ສ.ເຊັກ.  ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ມານະພະຍາຍາມກວ່າອີກ ເພື່ອຊຸກຍູ້ ແລະເປີດກ້ວາງການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ.

ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ ສ.ເຊັກ ສະໜັບສະໜູນຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020–2021. ຫວຽດນາມ ປາດຖະໜາວ່າ ເຊັກ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອີຢູ... ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເພື່ອໃຫ້ເຊັກ ເພີ່ມທະວີການພົວພັນກັບອາຊຽນ ແລະບັນດາປະເທດສະມາຊິກ.

ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ  ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕ່ຳ ສ.ເຊັກ ທັງເປັນປະທານພັກກອມມູນິດ ເຊັກ-ໂມຣາວາ ພ້ອມກັບຄະນະຜູ້ແທນກຳມາທິການວິທະຍາສາດ, ການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະກິລາ-ສະພາຕ່ຳ ສ.ເຊັກ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະທ່ານ Vojtech Filip ຮອງປະທານສະພາຕ່ຳ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ສ.ເຊັກ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍກວ່າອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດ ເຊິ່ງຫວຽດນາມ ພວມມີຄວາມຕ້ອງການ ແລະເຊັກມີທ່າແຮງ; ພ້ອມກັນນັ້ນແມ່ນຍູ້ແຮງການຮ່ວມມືລະຫວ່າງພັກ, ລັດ ແລະການພົບປະແລກປ່ຽນປະຊາຊົນ.

 

ແປໂດຍ: ເຈິ່ນຮວ່ຽນ