ໄປຢ້ຽມຢາມຫ້ອງການສະມາຄົມພຸດທະສາສະໜາຫວຽດນາມ ທີ 2 ແລະ ທ່ານພະມະຫາອາຈານ ທິກທ້ຽນເຍີນ, ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ແລະ ບັນດາພະສົງສຳມະເນນ, ສາສະນິກະຊົນສະມາຄົມພຸດທະສາສະໜາຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດທາງດ້ານສາສະໜາ ຖືກຕ້ອງຕາມກົດໝາຍ. ພັກ, ລັດເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນມີຄຸນສົມບັດ ແລະ ຜູ້ມີຍົດຖາບັນດາສັກໃນບັນດາສາສະໜາ, ໃນນັ້ນແມ່ນສາສະໜາພຸດ, ປະຕິບັດວຽກງານຢູ່ໃນສິນກິນໃນທຳ ເປັນຢ່າງດີ ແລະ ເຮັດຫຼ້ອນໜ້າທີ່ຂອງພົນລະເມືອງຕໍ່ກັບປະເທດຊາດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນຢູ່ບາງຮາກຖານພຸດທະສາສະໜາດີເດັ່ນ ຢູ່ນະຄອນໂຮ່ຈີມິນ. ພາບ: ຕືຈູງ.

ໃນວັນທີ 25 ພຶດສະພາ, ຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ ໄປອວຍພອນ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ ຢູ່ແຂວງຊັອກຈັ່ງ.

ກ່ອນໜ້ານັ້ນ, ວັນທີ 26 ພຶດສະພາ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ທິກແທງຕື່, ຮອງສາດສະດາຈານ, ຮອງປະທານສະພາສົງສະມາຄົມພຸດທະສາສະໜາຫວຽດນາມ  ຢູ່ໜ່ວຍສາລາ ທ່ຽນວ້ຽນເທື່ອງຈ້ຽວ, ຕາແສງເຟືອກທ໋າຍ, ເມືອງລ່ອງແທ່ງ, ແຂວງດົງນາຍ.

ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນເຫວ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  ແລະ  ການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ແຂວງເທື່ອທຽນເຫວ້ ໄດ້ໄປອວຍພອນວັນບຸນວິສາຂະບູຊາ-ພສ 2562 ປີ 2018 ຢູ່ບາງຮາກຖານພຸດທະສາສະໜາ.

 

ແຫຼ່ງຄັດຈາກ: VOVWORLD