ການຢ້ຽມຢາມໄດ້ດຳເນີນເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2018); ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນທິດທາງເພີ່ມທະວີການພົວພັນສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ ແລະວັດທະນະທຳ.

ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ ແລະອົດສະຕາລີ ໄດ້ພັດທະນາຢ່າງໄວວາ, ແທດຈິງ ແລະມີປະສິດທິຜົນ, ພິເສດນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານປີ 2009 ແລະລົງນາມໃນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີໃນເດືອນ ມີນາ 2015. ອົດສະຕາລີ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ຕີລາຄາສູງບົດບາດຂອງຫວຽດນາມ ໃນອາຊຽນ ແລະປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ. ເດືອນ ມີນາ  ຫວ່າງແລ້ວນີ້, ເນື່ອງໃນການຢ້ຽມຢາມ ອົດສະຕາລີ ເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຢ່າງເປັນທາງການ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານ Peter Cosgrove  ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຫງອກທື.

ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ. ບັນດາກົນໄກຮ່ວມມືສອງຝ່າຍໄດ້ປະຕິບັດເປັນປະຈຳ, ຄື: ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ-ປ້ອງກັນປະເທດ ຄັ້ງທີ 5 ໃນວັນທີ 27 ກັນຍາ 2017 ທີ່ Canberra, ທາບທາມຄຳເຫັນຂັ້ນສູງກ່ຽວກັບການຊ່ວຍເຫຼືອພັດທະນາໃນເດືອນ ເມສາ 2017...

ໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫວຽດນາມ ແລະອົດສະຕາລີ ໄດ້ມີການຮ່ວມມືຢ່າງມີປະສິດທິຜົນຜ່ານບັນດາການແລກປ່ຽນຄະນະຜູ້ແທນ, ກາຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກຳ, ຄຸ້ມຄອງການເຂົ້າ-ອອກເມືອງ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ບຳລຸງສ້າງພາສາອັງກິດ... ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືບຳລຸງສ້າງການຮັກສາສັນຕິພາບ ແລະການມ້າງທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ (ປີ 2016)...

ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະອົດສະຕາລີ ໄດ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະຮອບດ້ານ, ປະຈຸບັນ ອົດສະຕາລີ ແມ່ນຄູ່ຄ້າທີ 8 ຂອງຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງອົດສະຕາລີ. ແຕ່ລະປີວົງເງິນການຄ້າສອງສົ້ນເຕີບໂຕສະເລ່ຍກວ່າ 7%. ປີ 2017 ບັນລຸເກືອບ 6,5 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ກັບປີ 2016. ແຕ່ລະປີ ຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ກ່ວາ 520 ລ້ານໂດລາສະຫະລັດ.

ກ່ຽວກັບການຮ່ວມມືລົງທຶນ, ໄລ່ຮອດປະຈຸບັນ, ອົດສະຕາລີ ມີ 412 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນ 1,8 ຕື້ ໂດລາສະຫະລັດ, ຢືນອັນດັບທີ 20 ໃນ 126 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ, ໃນຂະນະນັ້ນຫວຽດນາມ ມີ 44 ໂຄງການລົງທຶນໂດຍກົງເຂົ້າ ອົດສະຕາລີ ດ້ວຍຍອດມູນຄ່າເງິນລົງທຶນບັນລຸ 387,1 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ. ພາບ: ຫງອກທື.

ໃນຂົງເຂດຊ່ວຍເຫຼືອພັດທະນາ ODA ເປັນທາງການ, ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ສະໜອງ ODA  ໃຫຍ່ທີ່ສຸດໃຫ້ຫວຽດນາມ, ບັນລຸສະເລ່ຍ 97,2 ລ້ານ ໂດລາສະຫະລັດ/ປີ ນັບແຕ່ປີ 2013 ມາຮອດປະຈຸບັນ...

ການສຶກສາແມ່ນຂົງເຂດຮ່ວມມືຢ່າງແຮງລະຫວ່າງສອງປະເທດ. ອົດສະຕາລີ ໄດ້ສະໜອງຫຼາຍທຶນສຶກສາຕາມບັນດາຫຼັກສູດໄລຍະຍາວ ແລະໄລຍະສັ້ນໃຫ້ ຫວຽດນາມ, ປະຈຸບັນມີນັກສຶກສາຫວຽດນາມ ປະມານ 30.000 ຄົນ ພວມຮ່ຳຮຽນຢູ່ ອົດສະຕາລີ. ພ້ອມກັນນັ້ນ, ບັນດາມະຫາວິທະຍາໄລ/ສະຖາບັນຂອງສອງປະເທດ ມີ 18 ໂຄງການຮ່ວມສຳພັນບຳລຸງສ້າງກຳລັງເຄື່ອນໄຫວ.

ປະຈຸບັນ, ປະຊາຄົມ ຫວຽດນາມ ອາໄສຢູ່ ອົດສະຕາລີ ມີຈຳນວນປະມານ 300.000 ຄົນ, ຢືນອັນດັບທີ 5 ໃນຈຳນວນບັນດາປະຊາຄົມມີເຊື້ອຊາດຈາກຕ່າງປະເທດ ອາໄສຢູ່ ອົດສະຕາລີ.

ກ່ຽວກັບການຮ່ວມມືພາກພື້ນ ແລະສາກົນ, ຫວຽດນາມ ແລະອົດສະຕາລີ ໄດ້ຮ່ວມມືເປັນຢ່າງດີໃນບັນດາເວທີປາໄສພາກພື້ນ ແລະສາກົນ ຄື: ອາຊຽນ, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC), ສະຫະປະຊາຊາດ.

ໃນສະພາບທີ່ການພົວພັນລະຫວ່າງຫວຽດນາມ ແລະອົດສະຕາລີ ພວມພັດທະນາຢ່າງດີງາມ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າການຢ້ຽມຢາມຫວຽດນາມຂອງ ທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ພ້ອມດ້ວຍພັນລະຍາຈະປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອົດສະຕາລີ ພັດທະນາຢ່າງແຮງ, ນຳມາເຊິ່ງຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

 

ແປໂດຍ: ຮຸຍດົງ