ທີ່ການພົບປະ, ທ່ານພັນເອກ ຫງວຽນດິ່ງດຶກ, ຫົວໜ້າຄະນະກໍາມະບານປ້ອງກັນຊາດ, ກົມໃຫຍ່ການເມືອງ ຕາງໜ້າໃຫ້ພະນັກງານ, ສະມາຊິກກໍາມະບານ, ຜູ້ອອກແຮງງານໃນທົ່ວກອງທັບ ລາຍງານຕໍ່ທ່ານເລຂາທິການໃຫຍ່ ກ່ຽວກັບມູນເຊື້ອກໍາມະບານປ້ອງກັນຊາດ ແລະຜົນງານພົ້ນເດັ່ນໃນຂະບວນການກໍາມະກອນ ແລະການເຄື່ອນໄຫວກໍາມະບານຂອງບັນດາອົງການ, ກົມກອງ, ວິສາຫະກິດກອງທັບໃນ 5 ປີຜ່ານມາ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຈ້ອງຫາຍ.

ຕາງໜ້າໃຫ້ການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ບັນລຸໄດ້ໃນ 5 ປີຜ່ານມາຂອງບັນດາອົງການຈັດຕັ້ງກໍາມະບານໃນກອງທັບ. ທ່ານເລຂາທິການໃຫຍ່ ປາດຖະໜາວ່າ, ທົ່ວກອງທັບຄວນສືບຕໍ່ປະຕິບັດວຽກງານສຶກສາອົບຮົມດ້ານການເມືອງແນວຄິດເປັນຢ່າງດີ, ກໍ່ສ້າງຖັນແຖວກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານປ້ອງກັນຊາດມີຄຸນນະທາດການເມືອງໜັກແໜ້ນ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ທ່ານເລຂາທິການໃຫຍ່ ປາດຖະໜາວ່າ, ບັນດາຜູ້ແທນກໍາມະບານດີເດັ່ນ ມີຈິດໃຈຮັບຜິດຊອບຢ່າງສຸດຈິດສຸດໃຈ, ປະກອບສ່ວນກໍາລັງແຮງ, ພູມປັນຍາເຂົ້າໃນຜົນສໍາເລັດຂອງກອງປະຊຸມໃຫຍ່. ພະນັກງານກໍາມະບານຕ້ອງການແມ່ນແກ່ນສານເປັນແບບຢ່າງ, ຕັ້ງໜ້າຂົນຂວາຍກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານປ້ອງກັນຊາດຂອງກົມກອງ ສູ້ຊົນປະຕິບັດສໍາເລັດທຸກໝ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດພາລະກິດປ່ຽນແປງໃໝ່, ຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝໄດ້ຢ່າງມີໄຊ.

 

ແປໂດຍ: ທູຈາງ