ທີ່ການຕ້ອນຮັບ, ທ່ານ ຈັນສີ ໂພສີຄໍາ ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຊາບກ່ຽວກັບໝາກຜົນແຫ່ງການພົບປະເຈລະຈາລະຫວ່າງສອງຄະນະຈັດຕັ້ງສູນກາງຂອງສອງພັກ; ພ້ອມທັງຢືນຢັນວ່າ, ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ເພື່ອປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງຢ່າງມີປະສິດທິຜົນ, ໃນນັ້ນມີເລື່ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ໂດຍສະເພາະແມ່ນວຽກງານກໍ່ສ້າງ, ບໍາລຸງພະນັກງານ, ສ້າງກົງຈັກການຈັດຕັ້ງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ ຈັນສີ ໂພສີຄໍາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດຂອງສອງປະເທດໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ທ່ານ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການພົບປະເຈລະຈາກໍ່ຄືຜົນການຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງ; ສະເໜີສອງຄະນະຈັດຕັ້ງສູນກາງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການພົບປະແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ກໍ່ສ້າງ, ບໍາລຸງພະນັກງານທຸກຂັ້ນ...

leftcenterrightdel
ທ່ານ ຟ້າມມິງຈີ໋ງ ມອບດອກໄມ້ໃຫ້ທ່ານ ຈັນສີ ໂພສີຄໍາ. ພາບ: ສໍານັກຂ່າວສານຫວຽດນາມ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຟ້າມມິງຈີ໋ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງນໍາໜ້າໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ໂດຍທ່ານ ຈັນສີ ໂພສີຄໍາ ນໍາໜ້າ.

 

ແປໂດຍ: ຮວ່າງເຈື່ອງ