leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຍ້ອງຍໍ, ຊົມເຊີຍຄວາມມານະພະຍາຍາມສູ້ຊົນ, ການປະກອບສ່ວນອັນໃຫຍ່ຫຼວງຂອງພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງສູນກາງຮຸ່ນຕ່າງໆໃນໄລຍະຜ່ານມາ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບຂອງຂວັນໃຫ້ນາງ ເລໂຕ໋ຈິງ ແມ່ນສະມາຊິກຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ສໍານັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ສະເໜີອົງການຈັດຕັ້ງຊາວໜຸ່ມ ແລະສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງສູນກາງຄວນເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ, ເພີ່ມພູນຄູນສ້າງອຸດົມຄະຕິ, ຄວາມໃຝ່ຝັນ,  ຄວາມເຊື່ອໝັ້ນ, ຄວາມມຸ່ງມາດປາດຖະໜາອັນສູງສົ່ງ ແລະດີງາມໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ; ສຸມໃສ່ກໍ່ສ້າງອົງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມໝັ້ນຄົງເຂັ້ມແຂງທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ... ຖືເປັນສຳຄັນຄຸນສົມບັດລັດຖະການຕາມແນວຄິດຂອງປະທານ ໂຮ່ຈິມິນ, ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນໜຸ່ມເປັນແບບຢ່າງທີ່ດີເດັ່ນໃຫ້ໄວໜຸ່ມທົ່ວປະເທດ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກັບຜູ້ແທນຊາວໜຸ່ມດີເດັ່ນກຸ່ມບັນດາອົງການຈັດຕັ້ງສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍເຈດຈໍານົງ, ຄວາມເກັ່ງກ້າສາມາດ ແລະມານະຈິດປະດິດສ້າງ, ຈິດໃຈຕະລຸມບອນ, ອາສາສະໝັກຂອງໄວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງສູນກາງສືບຕໍ່ສ້າງໝາກຜົນ, ຜົນງານອັນໃຫຍ່ຫຼວງໃຫ້ໄດ້ຫຼາຍກວ່າອີກ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ, ການນໍາບັນດາອົງການຈັດຕັ້ງ, ກົມກອງໃນກຸ່ມ.

ແປໂດຍ: ຫງວຽນກຸກ