leftcenterrightdel
ທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດ ເວເນຊູເອລາ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ການປະຊຸມຂ່າວ. ພາບ: ທຸ່ຍລີງ.

ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດ ເວເນຊູເອລາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີ ສະແດງໃຫ້ເຫັນຊາວເວເນຊູເອລາ ມີຄວາມເຊື່ອໝັ້ນຕໍ່ປະທານາທິບໍດີ Nicolas Maduro ຢ່າງສົມບູນ ແລະການປະຕິວັດ Bolivar ໂດຍປະທານາທິບໍດີເຖິງແກ່ມໍລະນະກໍາ Hugo Chavez ເປັນຜູ້ລິເລີ່ມ. ທ່ານເອກອັກຄະລັດຖະທູດ Jorge Rondon Uzcategui ກໍ່ຢືນຢັນວ່າ, ເວເນຊູເອລາ ຍາມໃດກໍ່ເຊີດຊູ ແລະຖືເປັນສໍາຄັນສາຍພົວພັນຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດຄື: ພະລັງງານ, ກະສິກໍາ... ທ່ານ Jorge Rondon Uzcategui ໃຫ້ຮູ້ວ່າ: “ເວເນຊູເອລາ ຍາມໃດກໍ່ຊົມເຊີຍບັນດາວິສາຫະກິດ ຫວຽດນາມ ມາຢ້ຽມຢາມ ແລະເຮັດວຽກ. ບັນດາແງ່ຫວັງພັດທະນາດ້ານເສດຖະກິດ, ການຄ້າ ແລະນໍ້າໃຈສາມັກຄີຂອງ ຫວຽດນາມ-ເວເນຊູເອລາ ຈະເປັນພື້ນຖານຕົ້ນຕໍໃຫ້ແກ່ສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ”.

 

ແປໂດຍ: ທູຈາງ