ກອງປະຊຸມໄດ້ແລກປ່ຽນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 20 ຂອງ IMCWP ໂດຍພັກກອມມູນິດ ເກຼັກ ເປັນເຈົ້າພາບຈັດຕັ້ງ, ຄາດຄະເນວ່າຈະດໍາເນີນໃນເດືອນພະຈິກ 2018 ກົງກັບໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ IMCWP, ດ້ວຍຫົວຂໍ້ວ່າ “ຊົນຊັ້ນກໍາມະກອນຍຸກປະຈຸບັນ ແລະບັນດາກໍາລັງພັນທະມິດ, ກັບກອງທະຫານນໍາໜ້າແມ່ນບັນດາພັກກອມມູນິດ, ກຳມະກອນ, ໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະສົງຄາມຈັກກະພັດ, ເພື່ອສິດຂອງຊົນຊັ້ນກໍາມະກອນ ແລະປະຊາຊົນ, ເພື່ອສັນຕິພາບ, ເພື່ອລັດທິສັງຄົມນິຍົມ”.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພາບ: dangcong san.vn.

ກອງປະຊຸມກຸ່ມປະຕິບັດງານໄດ້ແລກປ່ຽນບາງວຽກງານລວມອື່ນຂອງຂະບວນການກອມມູນິດ, ກຳມະກອນສາກົນ; ຢືນຢັນຄວາມຈຳເປັນ ແລະຄວາມຮຽກຮ້ອງຕ້ອງການເພີ່ມເຕີມຄວາມສາມັກຄີລະຫວ່າງບັນດາພັກກອມມູນິດ, ກຳມະກອນໃນໂລກໃນສະພາບການມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ຄືໃນປັດຈຸບັນ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນແມ້ງເກື່ອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມ ແລະຕັ້ງໜ້າປະກອບສ່ວນໃຫ້ບັນດາເນື້ອໃນແລກປ່ຽນຂອງກອງປະຊຸມ.

 

ແປໂດຍ: ເຈິ່ນຮວ່ຽນ