ເຂົ້າຮ່ວມລາຍການມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການ “ຮ່ວມແຮງຮ່ວມໃຈເພື່ອໃຫ້ສັງຄົມມີຄວາມປອດໄພຕໍ່ໜ້າໄພທໍາມະຊາດ”. ພາບ: nhandan.com.vn

ຕາມທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ, ຫົວໜ້າຄະນະຊີ້ນໍາສູນກາງກ່ຽວກັບການຕ້ານ ແລະ ສະກັດກັ້ນໄພທໍາມະຊາດ ແລ້ວ, ໃນຊຸມວັນນີ້, ທົ່ວລະບົບການເມືອງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ ແລະກໍາລັງຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍເລິກເຊິ່ງ ຄື: ຍູ້ໄວການກໍ່ສ້າງເຮືອນຕ້ານ ແລະສະກັດກັ້ນພາຍຸໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ເຂດທະເລພາກກາງຈໍານວນ 4.000 ຫຼັງ, ປະຕິບັດບັນດາໂຄງການຍົກຍ້າຍປະຊາຊົນຢູ່ເຂດນໍ້ານອງ, ນໍ້າຊຸ, ດິນເຊາະເຈື່ອນຢູ່ບັນດາແຂວງໃນເຂດພູດອຍ, ແກ້ໄຂສະພາບເຊາະເຈື່ອນຢູ່ແຄມຝັ່ງແມ່ນໍ້າ, ແຄມຝັ່ງທະເລຢູ່ເຂດທົ່ງພຽງແມ່ນໍ້າຂອງ...

ລາຍການຕອບສະໜອງວັນຕ້ານ ແລະສະກັດກັ້ນໄພທໍາມະຊາດ ພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈເພື່ອໃຫ້ສັງຄົມມີຄວາມປອດໄພຕໍ່ໜ້າໄພທຳມະຊາດ” ໄດ້ປະກອບສ່ວນຢັ້ງຢືນເຖິງການເອົາໃຈໃສ່ຢ່າງໃຫຍ່ຫຼວງຂອງ ພັກ, ລັດ ແລະລະບົບການເມືອງທີ່ມີຕໍ່ວຽກງານຕ້ານ ແລະສະກັດກັ້ນໄພທໍາມະຊາດ.  ຜ່ານລາຍການນີ້ໄດ້ປະກອບສ່ວນຍົກສູງສະຕິ, ລະດົມຈິດໃຈ, ຄວາມຮັບຜິດຊອບຂອງທົ່ວສັງຄົມໃນວຽກງານຕ້ານ ແລະສະກັດກັ້ນໄພທໍາມະຊາດ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: nhandan.com.vn.

ທີ່ລາຍການໄດ້ດໍາເນີນການໂອ້ລົມສົນທະນາກ່ຽວກັບວຽກງານຕ້ານ ແລະສະກັດກັ້ນໄພທໍາມະຊາດ; ມອບຂອງຂວັນໃຫ້ບັນດາທ້ອງຖິ່ນ ແລະເຊີດຊູບັນດາໝູ່ຄະນະ ແລະສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານຕ້ານ ແລະສະກັດກັ້ນໄພທໍາມະຊາດ.

ແປໂດຍ: ກວຽດເຕິມ