ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໋ອງ ຊີ້ແຈ້ງວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະພັກກອມມູນິດ ກູບາ, ສາຍພົວພັນອັນດີງາມລະຫວ່າງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແລະຄະນະຊາວໜຸ່ມກອມມູນິດ ກູບາ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ສະແດງໃຫ້ເຫັນຜ່ານບັນດາໂຄງການຮ່ວມມືໄດ້ຜັນຂະຫຍາຍສໍາເລັດ. ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໋ອງ  ໄດ້ຕີລາຄາສູງເລື່ອງຄະນະຊາວໜຸ່ມສອງປະເທດໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືໃໝ່, ແທດຈິງ, ເໝາະສົມກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະຄວາມຕ້ອງການຂອງຊາວໜຸ່ມສອງປະເທດໃນໄລຍະປະຕິວັດໃໝ່.

leftcenterrightdel
ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ   ຕ້ອນຮັບທ່ານນາງ Susely Morfa Gonzalez ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Susely Morfa Gonzalez ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ກູບາ ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ຂອງຄະນະແມ່ນຊອກຮູ້ກ່ຽວກັບວິທີການສຶກສາອົບຮົມ, ບຳລຸງສ້າງຊາວໜຸ່ມ ຫວຽດນາມ, ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ. ເນັ້ນໜັກເຖິງຄວາມຮັບຜິດຊອບໃນການຮັກສາ, ການສຶກສາອົບຮົມໃຫ້ຮຸ່ນຊາວໜຸ່ມເຂົ້າໃຈແຈ້ງກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ, ແບບພິເສດ ລະຫວ່າງກູບາ ແລະຫວຽດນາມ, ທ່ານນາງ Susely Morfa Gonzalez ຢືນຢັນວ່າ, ຮຸ່ນໜຸ່ມ ກູບາ ຍາມໃດກໍ່ມີສະຕິຮັກສາ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດເຊິ່ງຮຸ່ນພໍ່ຮຸ່ນອ້າຍໄດ້ກໍ່ສ້າງ.

 

ແປໂດຍ: ກວຽດເຕິມ