ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມຫວຽດນາມ-ກຳປູເຈຍ ໂດຍທ່ານລັດຖະມົນຕີຂັ້ນສູງ Prak Sokhonn ແລະທ່ານ ຟ້າມບິ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເປັນປະທານຮ່ວມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບທ່ານ Prak Sokhonn ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ Prak Sokhonn ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງຂອງລັດ ແລະປະຊາຊົນຫວຽດນາມ ທີ່ບັນລຸໄດ້ໃນພາລະກິດແຫ່ງການພັດທະນາເສດຖະກິດ-ສັງຄົມ; ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດເປົ້າໝາຍຫັນປະເທດເປັນປະເທດອຸດສາຫະກຳ ແລະທັນສະໄໝໃນປີ 2030.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊົມເຊີຍບັນດາຄວາມມານະພະຍາຍາມຂອງອົງການກ່ຽວຂ້ອງຂອງ 2 ຝ່າຍໃນໄລຍະຜ່ານມາໄດ້ແກ້ໄຂຄວາມຫຍຸ້ງຍາກຫຼາຍຢ່າງ ແລະປະຕິບັດສຳເລັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນເປັນສ່ວນໃຫຍ່. ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງຝ່າຍຄວນມານະພະຍາຍາມກວ່າອີກໃນການຊອກຫາມາດຕະການຜັນຂະຫຍາຍທີ່ເໝາະສົມສໍາລັບເສັ້ນຊາຍແດນທີ່ຍັງເຫຼືອ; ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການຄຸ້ມຄອງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ...

 

ແປໂດຍ: ຫງວຽນກຸກ