ເຂົ້າຮ່ວມພິທີຍັງມີທ່ານ ຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະການນໍາບາງກະຊວງ, ຂະແໜງການ, ທ້ອງຖິ່ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຜ່ານໄລຍະ 70 ປີແຫ່ງການກໍ່ສ້າງ ແລະພັດທະນາ, ສະມາຄົມນັກສະຖາປະນິກຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ມີການປະກອບສ່ວນສໍາຄັນຫຼາຍຢ່າງເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນທີ່ລະນຶກໃຫ້ສະມາຄົມນັກສະຖາປະນິກ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ສະມາຄົມນັກສະຖາປະນິກ ແລະວົງການນັກສະຖາປະນິກ ຫວຽດນາມ ຄວນນຳໜ້າ, ກຳນົດທິດໃຫ້ສະຖາປັດຕະຍະກໍາ ຫວຽດນາມ ຂຽວ, ສະອາດ, ສວຍງາມ, ທັນສະໄໝ, ສະດວກ, ມີຄວາມປອດໄພ, ໝັ້ນຄົງ, ເປັນມິດກັບສິ່ງແວດລ້ອມຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດ. ຄົ້ນຄ້ວາ, ອອກແບບ, ຊອກຫາບັນດາສະຖາປັດຕະຍະກໍາທີ່ເໝາະສົມໃຫ້ເຂດຊົນນະບົດ ທັງຖືກ, ທັງລຽບງ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ ກໍ່ຄື ທົ່ວປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໃບຢັ້ງຢືນການອຸທິດສ່ວນໃຫ້ຄອບຄົວນັກສະຖາປະນິກທີ່ເປັນແບບຢ່າງ. ພາບ: ສໍານັກຂ່າວສານຫວຽດນາມ.

ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ມີບາງເນື້ອໃນຈຸດສຸມເພື່ອໃຫ້ສະມາຄົມນັກສະຖາປະນິກ ສຸມໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ນັ້ນແມ່ນ, ສືບຕໍ່ເຕົ້າໂຮມ, ສາມັກຄີ, ລະດົມກໍາລັງໃຈນັກສະຖາປະນິກ, ຈັດຕັ້ງ, ສົມທົບກັນເຄື່ອນໄຫວລະຫວ່າງບັນດາສະມາຊິກສະມາຄົມເພື່ອຜົນປະໂຫຍດລວມຂອງສະມາຄົມ. ປະຕິບັດຖືກຕ້ອງຕາມຫຼັກມູນ, ຈຸດປະສົງຂອງສະມາຄົມແນໃສ່ຍູ້ແຮງການເຄື່ອນໄຫວປະດິດແຕ່ງ, ຍົກສູງກໍາລັງຄວາມສາມາດວິຊາສະເພາະ, ເຂົ້າຮ່ວມບັນດາໂຄງການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃສ່ໃຈເຖິງເລື່ອງສ້າງຖັນແຖວນັກສະຖາປະນິກ, ຄົ້ນພົບ, ບໍາລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດ, ຍົກສູງກໍາລັງຄວາມສາມາດໃນການປະດິດສ້າງ ແລະທັກສະວິຊາອາຊີບຂອງນັກສະຖາປະນິກໜຸ່ມ.

 

ແປໂດຍ: ເຈິ່ນຮວ່ຽນ