ທ່ານນາງ ຫງວຽນທິກິມເງິນ ແລະທ່ານນາງ Aung San Suu Kyi ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງອົງການສ້າງກົດໝາຍຂອງສອງປະເທດໃນໄລຍະຜ່ານມາ. ທ່ານນາງ Aung San Suu Kyi ຊີ້ແຈ້ງວ່າ, ໃນຖານະຕໍາແໜ່ງຂອງຕົນ, ຍາມໃດທ່ານນາງກໍ່ສະໜັບສະໜູນ ແລະພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາມຽນມາ ແລະສະພາແຫ່ງຊາດ ຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິກິມເງິນ ຢືນຢັນວ່າ, ໃນປະຈຸບັນ, ຫວຽດນາມ ພວມດໍາເນີນບັນດາການປະຕິຮູບຢ່າງແຮງກ່ຽວກັບລະບຽບການດ້ານບໍລິຫານ ແລະຫຼຸດຜ່ອນບັນດາເງື່ອນໄຂດໍາເນີນທຸລະກິດຢູ່ທຸກຂົງເຂດ. ດ້ວຍບົດບາດແມ່ນອົງການສ້າງກົດໝາຍ, ສະພາແຫ່ງຊາດ ຫວຽດນາມ ພວມຮຽກຮ້ອງລັດຖະບານກວດກາຄືນບັນດາກົດໝາຍ, ສຸມໃສ່ປັບປຸງບັນດາຂໍ້ກໍານົດທີ່ຍັງຕິດຂັດ, ຍົກເລີກບັນດາຮົ້ວກີດຂວາງດ້ານກົດໝາຍ.

ແບ່ງປັນທັດທະນະນີ້ກັບທ່ານນາງ ຫງວຽນທິກິມເງິນ, ທ່ານນາງ Aung San Suu Kyi ຖືວ່າ, ບັນດານັກສ້າງກົດໝາຍ ມຽນມາ ກໍ່ພົບປະບັນດາບັນຫາທີ່ຄ້າຍຄືກັນດັ່ງນັ້ນຢາກແລກປ່ຽນບົດຮຽນກັບ ຫວຽດນາມ. ໃນໄລຍະຈະມາເຖິງ, ອົງການສ້າງກົດໝາຍສອງປະເທດຄວນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນນຳກັນ.

 

ແປໂດຍ: ເກື່ອງດັ້ງ