ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທງເມີ້ນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ  ສະເໜີແນະວ່າ: ໃນໄລຍະຈະມາເຖິງ, ລັດຖະບານ ແລະຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ, ຮັບປະກັນແກ້ໄຂບັນດາບັນຫາອັນຮ້ອນເຮັ່ງໄດ້ຢ່າງທັນການ, ເສີມຂະຫຍາຍກໍາລັງຄວາມສາມາດດ້ານປະດິດສ້າງ, ດຶງດູດແຫຼ່ງກໍາລັງເພື່ອເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນວັນນະເປັນຢ່າງດີ... ພິເສດ, ທ່ານ ເຈິ່ນແທງເມີ້ນ ສະເໜີທ່ານນາຍົກລັດຖະມົນຕີຊີ້ນໍາໃນລະບົບການເມືອງ, ສົມທົບກັນ, ສ້າງເງື່ອນໄຂສະດວກໃຫ້ແນວໂຮມປະເທດຊາດທຸກຂັ້ນຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມ ຢູ່ແຕ່ລະຂັ້ນ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ IX, ອາຍຸການ 2019-2024 ຕາມເນື້ອໃນຈິດໃຈຄໍາສັ່ງເລກທີ 17-CT/TW ຂອງຄະນະບໍລິຫານງານສູນກາງພັກໃຫ້ສຳເລັດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ການສົມທົບກັນລະຫວ່າງລັດຖະບານ ແລະຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນປີຜ່ານມາບັນລຸໄດ້ປະສິດທິຜົນຢ່າງແທດຈິງ, ສໍາເລັດ, ຮອບດ້ານ, ຮັບປະກັນຄວາມຄືບໜ້າທີ່ວາງອອກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ຄວນແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດໃນການໂຄສະນາ, ກໍາແໜ້ນ ແລະແກ້ໄຂດ້ານແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢູ່ບາງບ່ອນທີ່ຍັງຕົກຢູ່ໃນທ່າຮັບ. ໃນປີ 2018, ຈຸດສຸມວຽກງານສົມທົບກັນລະຫວ່າງລັດຖະບານ ແລະຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄວນສຸມໃສ່ປັບປຸງ, ເປີດກວ້າງ ແລະເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະຄວາມເຫັນດີເຫັນພ້ອມຈາກສັງຄົມ.

 

ແປໂດຍ: ກວຽດເຕິມ