ທ່ານປະທານສະພາແຫ່ງຊາດ ອີຣານ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຊາບກ່ຽວກັບສະພາບການຂອງ ອີຣານ ແລະພາກພື້ນ; ຜົນການເຮັດວຽກກັບບັນດາການນຳຫວຽດນາມ; ຢືນຢັນຄວາມປາດຖະໜາ  ແລະຄວາມຕັດສິນໃຈຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ລັດ ແລະປະຊາຊົນສອງປະເທດຫວຽດນາມ-ອີຣານ; ສະເໜີສອງຝ່າຍຄວນສືບຕໍ່ເສີມຂະຫຍາຍ, ກຳແໜ້ນບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ ເພື່ອຊຸກຍູ້ການຮ່ວມມື, ພັດທະນາໃນໄລຍະຈະມາເຖິງ. ໃນນັ້ນ, ອີຣານ ກຽມພ້ອມຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດກັ່ນຕອງນ້ຳມັນ, ຂຸດຄົ້ນບໍ່ແຮ່, ການທ່ອງທ່ຽວ, ການບິນ, ການຢາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທະນາຄານ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ Ali Ardeshir Larijani ປະທານສະພາແຫ່່ງຊາດ ອີຣານ. ພາບ: ຈ໋ຽນຖັ໋ງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ, ພັກ ແລະລັດຫວຽດນາມ ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ອີຣານ; ສະເໜີສອງຝ່າຍຄວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກໃຫ້ເໝາະສົມກັບທ່າແຮງ, ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງແຕ່ລະຝ່າຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ, ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ນຳເອົາປະສິດທິຜົນແທດຈິງມາໃຫ້ສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ-ອີຣານ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະການພັດທະນາຂອງພາກພື້ນກໍ່ຄືໃນໂລກ.

ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Ali Ardeshir Larijani ປະທານສະພາແຫ່່ງຊາດ ອີຣານ.

ແປໂດຍ: ຮຸຍດົງ