ເຂົ້າຮ່ວມການຢ້ຽມຢາມຍັງມີທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ໄດ້ຢ້ຽມຢາມຖາມຂ່າວເຖິງສຸຂະພາບ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມືອຍ ຕໍ່ກັບພາລະກິດການປະຕິວັດຂອງພັກ, ຂອງຊາດ, ກໍ່ຄືພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ; ອວຍພອນທ່ານອະດີດເລຂາທິການໃຫຍ່ ໂດ໊ເມືອຍ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ, ສືບຕໍ່ເອົາໃຈໃສ່ ແລະມີການປະກອບສ່ວນອັນລໍ້າຄ່າໃຫ້ແກ່ພາລະກິດການປະຕິວັດຂອງພັກ, ຂອງປະເທດຊາດ ແລະກອງທັບ.

leftcenterrightdel
ຕາງໜ້າການນໍາ, ແພດໝໍໂຮງໝໍສູນກາງກອງທັບ 108 ລາຍງານສະພາບການເບິ່ງແຍງດູແລສຸຂະພາບພະນັກງານຂັ້ນສູງກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ພາບ: ແອງກວນ.

ພາຍຫຼັງຮັບຟັງການລາຍງານຈາກຜູ້ຕາງໜ້າການນໍາໂຮງໝໍສູນກາງກອງທັບ 108, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຢ່າງສຸດຈິດສຸດໃຈຂອງຖັນແຖວພະນັກງານ, ແພດໝໍຂອງໂຮງໝໍໃນການເບິ່ງແຍງດູແລ, ປິ່ນປົວສຸຂະພາບໃຫ້ທ່ານອະດີດເລຂາທິການໃຫຍ່ ໂດ໊ເມືອຍ, ກໍ່ຄືບັນດາການນໍາຂັ້ນສູງຂອງພັກ, ລັດ, ກອງທັບພ້ອມດ້ວຍພະນັກງານ, ນັກຮົບ ແລະປະຊາຊົນ... ໃນຕະຫຼອດຫຼາຍປີຜ່ານມາ.

ທີ່ການຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະທ່ານພົນເອກ ໂງຊວນລິກ ໄດ້ຕັກເຕືອນ​ບອກ​ສອນ ແລະປາດຖະໜາວ່າ ຖັນແຖວພະນັກງານ, ແພດໝໍ, ພາລະກອນໂຮງໝໍຈະສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອຂອງໂຮງໝໍວິລະຊົນພ້ອມດ້ວຍຜົນງານຫຼາຍຢ່າງທີ່ບັນລຸໄດ້ ໂດຍສະເພາະແມ່ນບັນດາຜົນງານໃນການຄົ້ນຄວ້າ, ນໍາໃຊ້ເຕັກນິກສູງ, ແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະກອງທັບມີຄວາມເຊື່ອໝັ້ນ ແລະມອບໝາຍໃຫ້.

 

ແປໂດຍ: ຮວ່າງເຈື່ອງ