ກວ່າ 1/4 ສັດຕະວັດນັບແຕ່ເມື່ອ ຫວຽດນາມ-ສ.ເກົາຫຼີ ສ້າງຕັ້ງການພົວພັນທາງການທູດ, ຕໍ່ມາພັດທະນາກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດ, ສາຍພົວພັນມິດຕະພາບ, ຮ່ວມມືລະຫວ່າງສອງປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນທຸກຂົງເຂດ ແລະພວມຢູ່ໃນໄລຍະດີງາມທີ່ສຸດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດກໍ່ເຕີບໂຕຢ່າງແຂງແຮງ. ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີໜຶ່ງກ່ຽວກັບການລົງທຶນ, ທີສອງກ່ຽວກັບການຮ່ວມມືພັດທະນາດ້ານການຄ້າ ແລະການທ່ອງທ່ຽວດ້ວຍວົງເງິນການຄ້າ ປີ 2017 ແມ່ນ 61,5 ຕື້ໂດລາສະຫະລັດ, ກຳລັງສູ້ຊົນເພື່ອຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ໂດລາສະຫະລັດ ໃນປີ 2020.

ກ່ຽວກັບການລົງທຶນໂດຍກົງ FDI, ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ທີໜຶ່ງໃນຈຳນວນ125 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າສູ່ ຫວຽດນາມ, ດ້ວຍຍອດຈຳນວນທຶນຈົດທະບຽນສະສົມໄລ່ຮອດເດືອນ ທັນວາ 2017 ບັນລຸໄດ້ 57,7 ຕື້ໂດລາສະຫະລັດ.

ການໄປຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Moon Jae-in ພ້ອມດ້ວຍພັນລະຍາ ດຳເນີນໃນສະພາບທີ່ ສ. ເກົາຫຼີ ພວມຕັ້ງໜ້າຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່, ໃນນັ້ນຖືຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມ, ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ ຢ່າງເລິກເຊິ່ງກວ່າອີກ. ນີ້ແມ່ນເງື່ອນໄຂສະດວກທີ່ສຸດເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ພັດທະນາຢ່າງແຮງກວ່າອີກ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in. ພາບ: ສຳນັກຂ່າວສານຫວຽດນາມ.

ພາຍຫຼັງ 26 ປີແຫ່ງການພົວພັນ, ບໍ່ພຽງແຕ່ມີບັນດາຕົວເລກປະທັບໃຈ ກ່ຽວກັບດ້ານເສດຖະກິດເທົ່ານັ້ນ, ຫາກຍັງມີການພົບປະແລກປ່ຽນ, ຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະລະຫວ່າງປະຊາຊົນສອງປະເທດກໍ່ມີຫຼາຍການເຄື່ອນໄຫວຢ່າງຄຶກຄື້ນມ່ວນຊື່ນອີກ. ຫວນຄືນໄລຍະທາງຜ່ານມາ, ອາດສາມາດເຫັນໄດ້ໝາກຜົນແຫ່ງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງລັດຖະບານ ແລະປະຊາຊົນສອງປະເທດ. ໝາກຜົນອັນດີງາມດັ່ງກ່າວກໍ່ສະແດງໃຫ້ເຫັນວ່າອານາຄົດຂອງສອງປະເທດຈະສືບຕໍ່ໄດ້ຮັບການພັດທະນາກວ່າອີກ.

ໃນໄລຍະຈະມາເຖິງ, ສາຍພົວພັນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດກວ່າອີກ. ຫຼາຍວິສາຫະກິດ ສ.ເກົາຫຼີ ກຳລັງສືບຕໍ່ລົງທຶນໃໝ່ ຫຼືເປີດກວ້າງການລົງທຶນເຂົ້າສູ່ ຫວຽດນາມ.

ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ ພ້ອມດ້ວຍພັນລະຍາຄັ້ງນີ້, ສອງປະເທດຈະປຶກສາຫາລືມາດຕະການຢ່າງລາຍລະອຽດເພື່ອຮັບປະກັນປະຕິບັດເປົ້າໝາຍບັນລຸວົງເງິນການຄ້າ 100 ຕື້ໂດລາສະຫະລັດ ໃນປີ 2020 ສຳເລັດຜົນ. ຫວຽດນາມ ປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ເປັນນັກລົງທຶນແຖວໜ້າຢູ່ຫວຽດນາມ; ເຂົ້າຮ່ວມການລົງທຶນໃນບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ພັດທະນາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ; ເອົາໃຈໃສ່ເປັນພິເສດເຖິງການຖ່າຍທອດເຕັກໂນໂລຢີ; ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມຕ່ອງໂສ້ຜະລິດຂອງບັນດາກຸ່ມບໍລິສັດ ສ.ເກົາຫຼີ; ໜູນຊ່ວຍພັດທະນາຂະແໜງອຸດສາຫະກຳສຳຮອງຂອງຫວຽດນາມ ໃຫ້ພັດທະນາສົມກັບຄວາມຕ້ອງການ. ຍ້ອນເຫດນັ້ນ, ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ສ. ເກົາຫຼີ ລົງທຶນເຂົ້າສູ່ ຫວຽດນາມ ປະສົບຜົນສຳເລັດ.

ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ສ. ເກົາຫຼີ ພ້ອມດ້ວຍພັນລະຍາ ຄັ້ງນີ້ຫວັງວ່າຈະສ້າງກຳລັງໜູນເພື່ອໃຫ້ການພົວພັນຫວຽດນາມ-ສ.ເກົາຫຼີ ສືບຕໍ່ໄດ້ຮັບການພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ, ໃນນັ້ນມີບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນ, ພົບປະລະຫວ່າງບັນດາຂັ້ນ, ຂະແໜງການຕ່າງໆ, ພິເສດແມ່ນລະຫວ່າງການນຳຂັ້ນສູງສອງປະເທດຈະສືບຕໍ່ໄດ້ຮັກສາເປັນປະຈຳ; ຮ່ວມມືດ້ານການຄ້າ, ການລົງທຶນສືບຕໍ່ໄດ້ຮັບການເປີດກວ້າງຕາມທິດຍືນຍົງ; ບັນດາຂົງເຂດພົບປະແລກປ່ຽນຮ່ວມມືືອື່ນໆ ຄື ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ວິທະຍາສາດ-ເຕັກໂນໂລຢີນັບມື້ນັບໄດ້ຮັບການເພີ່ມທະວີ.

ພວກເຮົາເຊື່ອໝັ້ນວ່າ, ດ້ວຍບັນດາຄວາມສະດວກທີ່ມີຢູ່ແລ້ວ ແລະການກະກຽມຢ່າງລະອຽດລະອໍຂອງທັງສອງຝ່າຍ, ການຢ້ຽມຢາມຄັ້ງນີ້ຈະດຳເນີນຢ່າງຈົບງາມ, ບັນລຸໄດ້ຜົນງານຫຼາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງ, ຮັດແໜ້ນອາລົມຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດກວ່າອີກ, ກຳນົດທິດໃຫ້ອະນາຄົດແຫ່ງການພົວພັນສອງປະເທດໃນໄລຍະຈະມາເຖິງ.

 

ແປໂດຍ: ຮຸຍດົງ