ເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຟານວັນຂາຍ ລວມມີ: ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເປັນຫົວໜ້າຄະນະ; ຄະນະຜູ້ແທນປະທານປະເທດ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ ເປັນຫົວໜ້າຄະນະ; ຄະນະຜູ້ແທນສະພາແຫ່ງຊາດ ໂດຍທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດເປັນຫົວໜ້າຄະນະ; ຄະນະຜູ້ແທນລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນຫົວໜ້າຄະນະ; ຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ເປັນຫົວໜ້າຄະນະ; ຄະນະຜູ້ແທນບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນະຄອນ ໂຮ່ຈິມິນ, ບັນດາແຂວງນະຄອນທາງພາກໃຕ້, ເພື່ອນມິດ, ພໍ່ແມ່ປະຊາຊົນເປັນຈຳນວນຫຼວງຫຼາຍ.

ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ທ່ານ ເຈືອງຮວ່າບິ່ງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ, ຫົວໜ້າຄະນະຈັດຕັ້ງພິທີງານສົບສະຫາຍ ຟານວັນຂາຍ, ໄດ້ອ່ານປະຫວັດຫຍໍ້ຂອງສະຫາຍ ຟານວັນຂາຍ, ບັນຊີລາຍຊື່ຄະນະພິທີງານສົບ ແລະຄະນະຈັດຕັ້ງພິທີງານສົບ; ສະແດງຄວາມໂສກເສົ້າເສຍດາຍຕໍ່ສະຫາຍ ຟານວັນຂາຍ.

ໃນຊີວິດເຄື່ອນໄຫວການປະຕິວັດ 70 ກວ່າປີຜ່ານມາຂອງຕົນ, ສະຫາຍ ຟານວັນຂາຍ ໄດ້ປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ. ການຈາກໄປຂອງສະຫາຍ ຟານວັນຂາຍ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນເຮົາ.

ພາຍຫຼັງເວລາອາໄລຫາ, ຄອບຄົວ ແລະຍາດຕິພີ່ນ້ອງຂອງສະຫາຍ ຟານວັນຂາຍ ໄດ້ເຂົ້າໄວ້ອາໄລ, ຖະຫວາຍທູບທຽນແດ່ສະຫາຍ ຟານວັນຂາຍ.

leftcenterrightdel
ຄອບຄົວ ແລະຍາດຕິພີ່ນ້ອງຂອງສະຫາຍ ຟານວັນຂາຍ ປະຕິບັດພິທີຢູ່ພິທີໄວ້ອາໄລ. ພາບ: qdnd.vn.

ສືບຕໍ່ແມ່ນບັນດາຄະນະຜູ້ແທນພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ... ເຂົ້າໄວ້ອາໄລ.

leftcenterrightdel
ຄະນະຜູ້ແທນການນໍາ, ອະດີດການນໍາພັກ, ລັດ ແລະບັນດາຄະນະ, ກະຊວງ, ຂະແໜງການສູນກາງຢູ່ພິທີໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ນໍາໜ້າເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖະຫວາຍທູບທຽນຢູ່ພິທີໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ບັນທຶກໃສ່ໃນປື້ມໄວ້ອາໄລຢູ່ພິທີໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນປະທານປະເທດ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ  ນໍາໜ້າຄະນະເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນຄະນະປະຈໍາສະພາແຫ່ງຊາດ ໂດຍທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ນໍາໜ້າຄະນະເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນໍາໜ້າຄະນະເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານ ເຈີ່ນແທງເມີ້ນ ນໍາໜ້າຄະນະເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ໂດຍທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະເຂົ້າໄວ້ອາໄລສະຫາຍ ຟານວັນຂາຍ. ພາບ: qdnd.vn.

ພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດຊຸດທີ VIII, IX, X, XI, ຖືກດຳເນີນຢູ່ສະໂມສອນ ທົ໋ງເຍີດ, ນະຄອນໂຮ່ຈິມິນ ແລະ ຈະແກ່ຍາວຮອດວັນທີ 21 ມີນາ 2018.

ແປໂດຍ: ຫງວຽນກຸກ