ທີ່ການພົບປະ, ປະທານສະມາຄົມຫວຽດນາມ-ອາເມລິກາ ຫງວຽນເຕີມຈ໋ຽນ ໃຫ້ຮູ້ວ່າ, ການພົວພັນຫວຽດນາມ-ອາເມລິກາ ພວມມີບັນດາບາດກ້າວພັດທະນາອັນດີງາມຢູ່ຫຼາຍຂົງເຂດ. ສອງປະເທດພວມຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິຜົນ, ໃນນັ້ນ, ເປັນໜ້າເອົາໃຈໃສ່ແມ່ນໂຄງການແກ້ໄຂສານພິດດີໂອຊິນ ຢູ່ເຂດສະໜາມບິນ ດ່ານັ້ງ ແລະຊອກຫາອັດຖິທະຫານຖືກຫາຍສາບສູນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: thoidai.com.vn.

ປະທານສະມາຄົມຫວຽດນາມ-ອາເມລິກາ ຕີລາຄາສູງວິວັດການຮ່ວມມືອັນຍາວນານ, ມີປະສິດທິຜົນລະຫວ່າງສະມາຄົມ ແລະ VFW, ສະແດງຄວາມປາດຖະໜາວ່າ VFW ຈະສືບຕໍ່ໜູນຊ່ວຍສະໜອງຂໍ້ມູນກ່ຽວກັບທະຫານຫວຽດນາມ ຖືກຫາຍສາບສູນໃນປາງສົງຄາມ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ  ແລະອາເມລິກາ.

leftcenterrightdel
ປະທານສະມາຄົມຫວຽດນາມ-ອາເມລິກາ ຫງວຽນເຕີມຈ໋ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Vincent "B.J." Lawrence ຮອງຫົວໜ້າກອງບັນຊາການຜູ້ທີໜຶ່ງຂອງ VFW. ພາບ: thoidai.com.vn.

ທ່ານ Vincent "B.J." Lawrence ແບ່ງປັນວ່າ, ແຕ່ລະປີ, VFW ລ້ວນແຕ່ມີຄະນະມາຢ້ຽມຢາມ, ຊອກຮູ້ສະພາບການຢູ່ ຫວຽດນາມ, ການພົວພັນຫວຽດນາມ-ອາເມລິກາ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການແກ້ໄຂບັນຫາຊາວອາເມລິກາ ຖືກຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ, ພ້ອມທັງຂົນຂວາຍບັນດາສະມາຊິກສະມາຄົມສະໜອງຂໍ້ມູນກ່ຽວກັບທະຫານ ຫວຽດນາມ ຖືກຫາຍສາບສູນໃນປາງສົງຄາມ ແລະມອບໃຫ້ຝ່າຍຫວຽດນາມ ຕາມຊ່ອງທາງການ.

 

ແປໂດຍ: ຈາງຫງວຽນ