ທ່ານປະທານປະເທດ ເຈີ່ນດ້າຍກວາງ ອວຍພອນທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ເປັນຢ່າງຈົບງາມ; ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani ໃນການເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ UAE ໃນ 4 ປີແຫ່ງການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani ໃນການເຊື່ອມຕໍ່, ສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະຫ້ອງການການຄ້າ ແລະອຸດສາຫະກໍາ UAE ເພື່ອຈັດຕັ້ງບັນດາເວທີປາໄສວິສາຫະກິດລະຫວ່າງສອງປະເທດ, ພິເສດແມ່ນເວທີປາໄສການຄ້າ ດູບາຍ-ຫວຽດນາມ ຢູ່ ຮ່າໂນ້ຍ ໃນເດືອນ ພະຈິກ 2017.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ  ຕ້ອນຮັບທ່ານ Khalid Ibrahim Abdulaziz Shohail Al Qahtani, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາຣັບ ເອມີເຣດ (UAE) ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະສັນນຳກັນຢ່າງມີປະສິດທິຜົນ, ສືບຕໍ່ຍູ້ແຮງການແລກປ່ຽນຄະນະວິສາຫະກິດ ແລະການເຄື່ອນໄຫວສົ່ງເສີມການຄ້າເພື່ອເພີ່ມທະວີການແລກປ່ຽນການຄ້າສອງຝ່າຍໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ  ຫວັງວ່າ, ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani ກໍ່ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືອັນຈົບງາມລະຫວ່າງສອງປະເທດກວ່າອີກ. 

ທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani ຂອບອົກຂອບໃຈທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສະຫງວນເວລາຕ້ອນຮັບ ແລະສົ່ງຄໍາຢ້ຽມຢາມຖາມຂ່າວຂອງທ່ານປະທານາທິບໍດີ UAE Sheikh Khalifa Bin Zayed Al Nahyan ມາຍັງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະປະຊາຊົນຫວຽດນາມ. ທ່ານເອກອັກຄະລັດຖະທູດ Khalid Ibrahim Abdulaziz Shohail Al Qahtani  ເນັ້ນໜັກວ່າ, UAE ຕີລາຄາສູງບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນຮ່ວມມືມິດຕະພາບ UAE-ຫວຽດນາມ ໃນຊຸມປີຜ່ານມາ, ຜົນງານແຫ່ງການຮ່ວມມືໄດ້ນໍາ UAE ຢືນໃນ top 10 ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ