ຫົວໜ້າ 2 ກຸ່ມປະຕິບັດງານຝ່າຍ ຫວຽດນາມ ແມ່ນທ່ານ ຫງວຽນແອງຢູ໋ງ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ. ຫົວໜ້າ 2 ກຸ່ມປະຕິບັດງານຝ່າຍ ຈີນ ແມ່ນທ່ານ Zhou Jian, ຜູ້ຕາງໜ້າບັນດາບັນຫາກ່ຽວກັບຊາຍແດນ ແລະທະເລ, ກະຊວງການຕ່າງປະເທດຈີນ.

leftcenterrightdel
ກໍາປັ່ນກວດກາການປະມົງຫວຽດນາມ. ພາບ:  ຫງວຽນດົງ.

ໃນບັນຍາກາດມິດຕະພາບ, ກົງໄປກົງມາ ແລະສ້າງສັນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາວຽກງານທີ່ກ່ຽວຂ້ອງເຖິງກຸ່ມປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການພ້ອມກັນຮ່ວມມືພັດທະນາຢູ່ເຂດທະເລລະຫວ່າງຫວຽດນາມ ແລະຈີນ. ສອງຝ່າຍຢືນຢັນວ່າຈະປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນຕ່າງໆສອງປະເທດຢ່າງເຂັ້ມງວດ, ໃນນັ້ນມີ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານເພື່ອຊີ້ນໍາແກ້ໄຂບັນຫາຢູ່ທະເລ”; ຄ່ອຍໆກ້າວໄປເຖິງເລື່ອງຊຸກຍູ້ການເຈລະຈາກ່ຽວກັບການກຳນົດເຂດທະເລນອກອ່າວພາກເໜືອ ແລະພ້ອມກັນຮ່ວມມືພັດທະນາຢູ່ທະເລຕາມຂໍ້ກຳນົດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງ ຫວຽດນາມ ແລະຈີນລ້ວນແລ້ວແຕ່ແມ່ນສະມາຊິກ. ສິ້ນສຸດການປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈາ.

ສອງຝ່າຍເຫັນດີເປັນເອກະສັນຈັດຕັ້ງການເຈລະຈາຮອບ 10 ກຸ່ມປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮອບ 7 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືພັດທະນາຢູ່ທະເລລະຫວ່າງຫວຽດນາມ ແລະຈີນ ຢູ່ ສປ ຈີນ.

 

ແປໂດຍ: ເກື່ອງດັ້ງ