ແຕ່ວັນທີ 13 ຫາວັນທີ 16 ມີນາ, ຢູ່ ນະຄອນ ລາຮາຍ, ປະເທດ ໂຮນລັງ ໄດ້ດໍາເນີນກອງປະຊຸມຄັ້ງທີ 87 ຂອງສະພາປະຕິບັດອົງການເກືອດຫ້າມສານອາວຸດເຄມີ (OPCW). ຄະນະຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ, ຜູ້ຕາງໜ້າຫວຽດນາມ ປະຈໍາ OPCW ທັງເປັນຕາງໜ້າຢູ່ສະພາປະຕິບັດນໍາໜ້າໄດ້ເຂົ້າຮ່ວມກອງປະຊຸມ. ນີ້ແມ່ນກອງປະຊຸມປະຈຳໄລຍະສຸດທ້າຍເຊິ່ງຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນສະມາຊິກສະພາປະຕິບັດອາຍຸການ 2016-2018.

leftcenterrightdel
ທ່ານນາງ  ເອກອັກຄະລັດຖະທູດ ໂງທິຮ່ວາ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມ. (ພາບ ໂດຍສະຖານທູດຫວຽດນາມ ປະຈໍາ ໂຮນລັງ ປະກອບ).

ໃນ 2 ປີເປັນສະມາຊິກສະພາປະຕິບັດ OPCW (ແຕ່ເດືອນ ພຶດສະພາ 2016 ມາຮອດປະຈຸບັນ), ຫວຽດນາມ ໄດ້ເຂົ້າຮ່ວມ 11 ກອງປະຊຸມປະຈຳໄລຍະ ແລະບໍ່ປະຈຳຂອງສະພາປະຕິບັດ, ປຶກສາຫາລືໂດຍກົງ, ຕົກລົງຫຼາຍບັນຫານະໂຍບາຍສໍາຄັນຂອງ OPCW ທີ່ກ່ຽວຂ້ອງເຖິງໂຄງການຮ່ວມມື, ງົບປະມານ, ບຸກຄະລາກອນ, ການເຄື່ອນໄຫວກວດກາ, ການຮ່ວມມືສາກົນ.

ໃນວິວັດການເຂົ້າຮ່ວມຂອງຕົນ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າສົມທົບພ້ອມກັບບັນດາປະເທດສະມາຊິກອື່ນເຊີດຊູຄວາມໝາຍ ແລະຄວາມຈໍາເປັນຕ້ອງລົບລ້າງອາວຸດລ້າງຜານເວົ້າລວມ ແລະອາວຸດເຄມີ ເວົ້າສະເພາະໃນໂລກ, ສະໜັບສະໜູນການປະຕິບັດສົນທິສັນຍາອາວຸດເຄມີ (CWC) ຢ່າງຮອບດ້ານ ແລະດຸ່ນດ່ຽງ, ພ້ອມທັງເຊີດຊູຄວາມຕ້ອງການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດອຸດສາຫະກໍາສານເຄມີ. ທັດສະນະຕັ້ງໜ້າ, ດຸ່ນດ່ຽງ ແລະຈິດໃຈຮັບຜິດຊອບຂອງຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຈາກຫຼາຍປະເທດ.

 

ແປໂດຍ: ກວຽດເຕິມ