ຕາງໜ້າຄະນະຜູ້ແທນນັກທຸລະກິດ, ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ອົດສະຕາລີ  ໄດ້ລາຍງານ ຕໍ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບສະພາບການເຄື່ອນໄຫວຂອງສະມາຄົມ, ຢືນຢັນວ່າ ປະຊາຄົມນັກທຸລະກິດຊາວຫວຽດນາມ ຢູ່ ອົດສະຕາລີ   ຍາມໃດກໍ່ມຸ່ງໄປສູ່ບ້ານເກີດເມືອງນອນ, ປະເທດຊາດ.  ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ໄລຍະຜ່ານມາ, ບັນດາວິສາຫະກິດຊາວຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການຂົນຂວາຍ, ໂຄສະນາໃຫ້ຜະລິດຕະພັນກະເສດຫວຽດນາມ ຢູ່ ອົດສະຕາລີ. ທ່ານ ເຈິ່ນບ໋າຟຸກ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ຫວຽດນາມ - ອົດສະຕາລີ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດ, ຕາມນັ້ນ, ປະຊາຄົມຊາວຫວຽດນາມ ຈະໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ອົດສະຕາລີ ກວ່າອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ເບື້ອງຂວາ) ແລະທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມ,    ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເພິ່ງພໍໃຈເມື່ອໄດ້ເຫັນປະຈັກຕາປະຊາຄົມຊາວຫວຽດນາມ ຢູ່ ອົດສະຕາລີ, ໃນນັ້ນມີປະຊາຄົມນັກທຸລະກິດ, ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຢູ່ອົດສະຕາລີ, ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະອົດສະຕາລີ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ,  ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ ອົດສະຕາລີ ພ້ອມກັບບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ມີການພົບປະກັບບັນດາຜູ້ແທນຂອງສະໂມສອນບັນດານັກວິທະຍາສາດຫວຽດນາມ ຢູ່ Queensland. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ   ຖືວ່າການສ້າງຕັ້ງສະມາຄົມປັນຍາຊົນຄົນຫວຽດນາມ ຢູ່ ລັດ Queensland ແມ່ນສິ່ງເປັນໜ້ານັບຖື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມ ມືອັນດີງາມລະຫວ່າງຫວຽດນາມ ແລະອົດສະຕາລີ.

ທີ່ການພົບປະ, ທ່ານສາດສະດາຈານ ຫງວຽນວັນແອງ (ມະຫາວິທະຍາໄລ Queensland) ໃຫ້ຮູ້ວ່າ, ວົງການປັນຍາຊົນຫວຽດນາມ ຢູ່ ອົດສະຕາລີ ມີຄວາມສຸດຈິດສຸດໃຈ, ປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ ແລະຢາກມີກາລະໂອກາດອຸທິດສ່ວນໃຫ້ແກ່ປະເທດຊາດ.

 

ແປໂດຍ: ເຈິ່ນຮວ່ຽນ