ພາຍຫຼັງໄປຮອດນະຄອນຫຼວງ Canberra, ຕອນບ່າຍວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບຄູອາຈານ ແລະນັກສໍາມະນາກອນ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU).

ທ່ານນາຍົກລັດຖະມົນຕີ ຕີລາຄາສູງການໜູນຊ່ວຍ, ການຮ່ວມມືຂອງອົດສະຕາລີສໍາລັບຫວຽດນາມ, ໃນນັ້ນມີຂົງເຂດການສຶກສາ, ກະສິກໍາເຕັກໂນໂລຢີສູງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສອງປະເທດໄດ້ຮ່ວມມືກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະພ້ອມກັນເຂົ້າຮ່ວມໃນສັນຍາການຄ້າ ແລະການລົງທຶນຢູ່ພາກພື້ນຫຼາຍສະບັບ, ໃນນັ້ນມີສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP). ສອງປະເທດກໍ່ພ້ອມກັນແບ່ງປັນທັດສະນະໃນບັນດາບັນຫາທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ, ຮັບປະກັນຄວາມໝັ້ນຄົງ ໃນພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍບັນດາຜູ້ແທນຢູ່ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບແງ່ຫວັງການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ສືບຕໍ່ເປີດກ້ວາງການຮ່ວມສໍາພັນກັບບັນດາຮາກຖານສຶກສາບຳລຸງສ້າງຂອງຫວຽດນາມ ໃນການແບ່ງປັນບົດຮຽນ, ຮ່ວມມືຄົ້ນຄວ້າວິທະຍາສາດ ແລະແລກປ່ຽນນັກສຶກສາ.

ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຍາວນານ, ທ່ານນາຍົກລັດຖະມົນຕີ ຖືວ່າອີງໃສ່ພື້ນຖານຕົ້ນຕໍແມ່ນແຫຼ່ງຊັບພະຍາກອນມະນຸດ ໄດ້ບໍາລຸງສ້າງຢູ່ປະເທດນັ້ນ, ອົດສະຕາລີ ໄດ້ໄປກ່ອນໃນເສັ້ນທາງນີ້ ແລະນັ້ນແມ່ນພື້ນຖານໝັ້ນຄົງທີ່ສຸດໃຫ້ແກ່ສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ອົດສະຕາລີ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ.

 

ແປໂດຍ: ທູຈາງ