ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອີກເທື່ອໜຶ່ງພາຍຫຼັງກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC)  ຢູ່ນະຄອນ ດ່ານັ້ງ; ຊົມເຊີຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ; ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງບຸກທະລຸໃຫ້ແກ່ການພົວພັນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈການຕ້ອນຮັບຢ່າງສົມກຽດ ແລະຮອບຄອບຖີ່ຖ້ວນຂອງທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ທີ່ໄດ້ສະຫງວນໃຫ້ແກ່ຄະນະ; ສະແດງຄວາມເຊື່ອໝັ້ນວ່າ ນິວຊີແລນ ຈະພັດທະນາຢ່າງແຮງ ແລະທັນສະໄໝ, ມີບົດບາດນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະສາກົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກວດແຖວກຽດຕິຍົດ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາອັນດີງາມໃນການພົວພັນມິດຕະພາບ ແລະຄູ່ຮ່ວມມືຮອບດ້ານຫວຽດນາມ-ນິວຊີແລນ, ໂດຍສະເພາະແມ່ນໃນບັນດາຂົງເຂດເສົາຄໍ້າຄື: ການເມືອງ-ການພົວພັນຕ່າງປະເທດ, ເສດຖະກິດ-ການຄ້າ-ການຊ່ວຍເຫຼືອພັດທະນາ, ການສຶກສາ-ບໍາລຸງສ້າງ, ແຮງງານ, ພົບປະແລກປ່ຽນປະຊາຊົນ... ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (2009-2019) ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2020). ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບບັນດາທິດທາງໃຫຍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃນໄລຍະຈະມາເຖິງ, ລາຍລະອຽດດັ່ງລຸ່ມນີ້:

ກ່ຽວກັບດ້ານການເມືອງ, ສອງຝ່າຍເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຂັ້ນສູງ ແລະທຸກຂັ້ນ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊີນທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ມາຢ້ຽມຢາມຫວຽດນາມ ໃນໄລຍະເວລາທີ່ເໝາະສົມ. ສອງຝ່າຍກໍ່ເຫັນດີຊຸກຍູ້ການຜັນຂະຫຍາຍໂຄງການດໍາເນີນງານ 2017-2020 ຢ່າງຕັ້ງໜ້າ ແລະມີປະສິດທິຜົນ; ຈັດຕັ້ງກອງປະຊຸມຄະນະກໍາມະການປະສົມດ້ານເສດຖະກິດ ແລະການຄ້າ ຄັ້ງທີ 6 ຢູ່ ຮ່າໂນ້ຍ ໂດຍໄວ ແລະທາບທາມຄໍາເຫັນດ້ານການເມືອງ ຄັ້ງທີ 11 ຢູ່ ນິວຊີແລນ.

leftcenterrightdel
ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ເຫັນດີເປັນເອກະພາບສອງຝ່າຍຄວນຕັ້ງໜ້າຜັນຂະຫຍາຍບັນດາການຮ່ວມມືຢ່າງລະອຽດໃນຂອບເຂດໂຄງການດໍາເນີນງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2018-2021 ທີ່ຫາກໍ່ລົງນາມ; ຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ ແລະຄົ້ນຄວ້າປ້ອງກັນຊາດ; ເພີ່ມທະວີການຮ່ວມມືກ່ຽວກັບການຕ້ານອາດຊະຍາກໍາຂ້າມຊາດ, ຕ້ານການກໍ່ການຮ້າຍ, ການຄ້າຢາເສບຕິດ...

ກ່ຽວກັບດ້ານເສດຖະກິດ-ການຄ້າ, ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ວົງເງິນການຄ້າສອງຝ່າຍໄດ້ເຕີບໂຕຢ່າງຕັ້ງໜ້າ. ປີ 2017 ວົງເງິນສອງຝ່າຍບັນລຸກວ່າ 1,24 ຕື້ໂດລາສະຫະລັດ, ລວມທັງສິນຄ້າ ແລະການບໍລິການ, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ປີ 2016; ເຫັນດີເປັນເອກະພາບຊຸກຍູ້ຫຼາຍມາດຕະການສົ່ງເສີມການຄ້າ, ໃນນັ້ນມີການສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນໍ້າ, ສູ້ຊົນນໍາວົງເງິນການຄ້າສອງຝ່າຍໃຫ້ບັນລຸຄາດໝາຍ 1,7 – 2 ຕື້ໂດລາສະຫະລັດໃນປີ 2020.

ກ່ຽວກັບດ້ານການຊ່ວຍເຫຼືອພັດທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເພິ່ງພໍໃຈຕໍ່ປະສິດທິຜົນຂອງບັນດາໂຄງການ ODA  ຂອງ ນິວຊີແລນ  ທີ່ສະຫງວນໃຫ້ຫວຽດນາມ; ສະເໜີ ນິວຊີແລນ ພິຈາລະນາຍົກລະດັບການຊ່ວຍເຫຼືອພັດທະນາໃຫ້ຫວຽດນາມ, ສຸມໃສ່ບັນດາຂົງເຂດກະສິກໍາ ແລະຊົນນະບົດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງຄວາມສ່ຽງຈາກໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ດໍາເນີນການພົບປະເຈລະຈາ.  ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆຄື: ການສຶກສາ, ແຮງງານ... ນາຍົກລັດຖະມົນຕີສອງທ່ານຮັບຮູ້ການຮ່ວມມືໃນຂົງເຂດການສຶກສາ ແລະບໍາລຸງສ້າງລະຫວ່າງຫວຽດນາມ ແລະນິວຊີແລນ ກໍາລັງໄດ້ຮັບການພັດທະນາຢ່າງແຮງ ແລະເປັນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນສອງຝ່າຍໃນປັດຈຸບັນກໍ່ຄືຄູ່ຮ່ວມມືຍຸດທະສາດໃນອະນາຄົດ.  ການນໍາສອງທ່ານເຫັນດີເປັນເອກະພາບບັນລຸຄາດໝາຍເພີ່ມປະລິມານນັກສຶກສາຫວຽດນາມ ຢູ່ ນິວຊີແລນ ຂຶ້ນເຖິງ 30% ໃນປີ 2020 ຜ່ານການສົ່ງເສີມແລກປ່ຽນນັກສຶກສາ ແລະໂຄງການລວມລະຫວ່າງບັນດາມະຫາວິທະຍາໄລ ແລະການຮ່ວມມືອື່ນໆຢູ່ສອງປະເທດ.

ນາຍົກລັດຖະມົນຕີສອງທ່ານຕີລາຄາສູງ ແລະຢືນຢັນສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໃນນັ້ນມີອົງການການຄ້າໂລກ (WTO), ເວທີປາໄສອາຊີຕາເວັນອອກ, (EAS), APEC, ເວທີປາໄສຮ່ວມມືອາຊີ-ເອີຣົບ (ASEM). ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈ ນິວຊີແລນ ທີ່ໄດ້ໜູນຊ່ວຍຫວຽດນາມ ຈັດຕັ້ງສໍາເລັດ APEC 2017, ຢືນຢັນຄືນໃໝ່ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະຄວາມກ້າວໜ້າຂ້າມປາຊີຟິກ (CPTPP);  ສະໜັບສະໜູນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)  ກ້າວໜ້າ, ຮອບດ້ານ, ຄຸນນະພາບສູງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສິ້ນສຸດການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານສໍາຄັນ 3 ສະບັບ, ລວມມີ: ຂໍ້ຕົກລົງລະຫວ່າງກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະກະຊວງການຕ່າງປະເທດ ແລະການຄ້າ ນິວຊີແລນ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະການຄ້າ; ຂໍ້ຕົກລົງລະຫວ່າງກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະກະຊວງບັນດາຂະແໜງອຸດສາຫະກໍາພື້ນຖານ ນິວຊີແລນ ກ່ຽວກັບການຮ່ວມມືໃນຂົງເຂດຄວາມປອດໄພດ້ານສະບຽງອາຫານ ແລະການຄຸ້ມຄອງຄຸນນະພາບ; ແຜນການຮ່ວມມືຍຸດທະສາດລະຫວ່າງກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ແລະອົງການສຶກສາ ນິວຊີແລນ ກ່ຽວກັບການສຶກສາ-ບໍາລຸງສ້າງ ໄລຍະ 2018-2020.

 

ແປໂດຍ: ຮວ່າງເຈື່ອງ