ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສໍາເລັດຂອງກອງປະຊຸມ ແລະໄດ້ເຫັນວ່ານັກລົງທຶນ, ວິສາຫະກິດທີ່ຢູ່ພາຍໃນ ແລະຕ່າງປະເທດສະແດງໃຫ້ເຫັນຄວາມຕັດສິນໃຈລົງທຶນ, ຜະລິດດໍາເນີນທຸລະກິດຢູ່ ແຂວງ ເຫງ້ອານ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ຫງວຽນຊວນຟຸກ ແລ້ວ, ແຂວງ ເຫງ້ອານ ມີເງື່ອນໄຂສະດວກກ່ຽວກັບປະຫວັດສາດ, ວັດທະນະທໍາ, ການທ່ອງທ່ຽວ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ແຕກຕ່າງ;  ແມ່ນທ້ອງຖິ່ນທີ່ຢູ່ຕິດກັນ, ແມ່ນຈຸດຖ່າຍປ່ຽນສິນຄ້າລະຫວ່າງເຂດເສດຖະກິດພາກເໜືອ ແລະພາກໃຕ້ດ້ວຍພົນລະເມືອງເກືອບ 4 ລ້ານຄົນ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ “ແຂວງ ເຫງ້ອານ ຄວນຂຸດຄົ້ນທ່າໄດ້ປຽບທີ່ຢູ່ຕິດກັນກັບເຂດເສດຖະກິດຈຸດສຸມພາກເໜືອ ແລະເຂດກໍາລັງໜູນເສດຖະກິດທາງທິດເໜືອພາກກາງຢ່າງສຸດຂີດ. ໝູນໃຊ້ເງື່ອນໄຂສະດວກໃນການດຶງດູດບັນດາປັດໄຈໃນການຜະລິດ, ແຫຼ່ງຊັບພະຍາກອນດ້ານເຕັກໂນໂລຢີ. ບົດບາດຂອງແຂວງ ເຫງ້ອານ ແມ່ນສົ່ງເສີມ ແລະສ້າງເງື່ອນໄຂໃຫ້ການສ້າງຕັ້ງບັນດາຂະແໜງອຸດສາຫະກໍາສຳຮອງ ແລະບັນດາພາກສ່ວນເສດຖະກິດທີ່ກ່ຽວຂ້ອງ”.

ສໍາລັບບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ, ພ້ອມກັບການສ້າງເງື່ອນໄຂຂອງອໍານາດການປົກຄອງທ້ອງຖິ່ນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ບັນດາວິສາຫະກິດຄວນຮັກສາຄໍາໝັ້ນສັນຍາຢ່າງຖືກຕ້ອງ, ປະຕິບັດຢ່າງຂ້ຽວຂາດ. ບັນດາໂຄງການທີ່ຜັນຂະຫຍາຍຊັກຊ້າ, ຕ້ອງມີມາດຕະການແກ້ໄຂທີ່ເໝາະສົມ, ບໍ່ປະໃຫ້ເປັນແຜນການແຂວນໄວ້ຊື່ໆ. ພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ປະໃຫ້ການພັດທະນາເສດຖະກິດສົ່ງຜົນສະທ້ອນທີ່ບໍ່ດີຕໍ່ສິ່ງແວດລ້ອມ ແລະການດໍາລົງຊີວິດຂອງປະຊາຊົນ. ໃນວິວັດການດໍາເນີນທຸລະກິດ, ຜະລິດ, ວິສາຫະກິດຄວນປະຕິບັດລະບອບໃຫ້ແກ່ຜູ້ອອກແຮງງານເປັນຢ່າງດີ, ເອົາໃຈໃສ່ກໍ່ສ້າງສະພາບແວດລ້ອມເຮັດວຽກໃຫ້ດີກວ່າເກົ່າ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການສູນກາງ ແລະແຂວງເຫງ້ອານ ໄດ້ເປັນສັກຂີພິຍານມອບໃບຕົກລົງຍອມຮັບແຜນນະໂຍບາຍລົງທຶນ; ມອບໃບຕົກລົງກັນຮ່ວມມືລົງທຶນ, ສະໜອງສິນເຊື່ອ; ລົງນາມໃນສັນຍາຕົກລົງ ໂຄງການຮ່ວມມືພັດທະນາເສດຖະກິດ-ສັງຄົມລະຫວ່າງແຂວງ ເຫງ້ອານ ແລະແຂວງ ເລີມດົ່ງ.

ກອງປະຊຸມປີນີ້ສືບຕໍ່ດຶງດູດໂຄງການໃຫຍ່ຫຼາຍໂຄງການ ເຂົ້າມາລົງທຶນຢູ່ແຂວງ ເຫງ້ອານ. ແຂວງ ເຫງ້ອານ ໄດ້ມອບໃບຢັ້ງຢືນຈົດທະບຽນລົງທຶນ, ໃບຕົກລົງຍອມຮັບແຜນນະໂຍບາຍໃຫ້ແກ່ 9 ໂຄງການ ແລະລົງນາມໃນບົດບັນທຶກຊ່ວຍຈໍາຮ່ວມມືລົງທຶນດ້ວຍຍອດຈໍານວນທຶນຈົດທະບຽນແມ່ນ 13.152 ຕື້ດົ່ງ.

 

ແປໂດຍ: ທູຈາງ