ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ໄດ້ອວຍພອນຜົນງານອັນໃຫຍ່ຫຼວງຂອງພັກກອມມູນິດຫວຽດນາມ, ລັດຖະບານ ແລະປະຊາຊົນຫວຽດນາມ ໃນບັນດາຂົງເຂດພັດທະນາເສດຖະກິດ-ສັງຄົມ ແລະການພົວພັນຕ່າງປະເທດໃນປີ 2017, ພິເສດແມ່ນຈັດຕັ້ງກອງປະຊຸມການນໍາບັນດາພື້ນຖານເສດຖະກິດ APEC ຢູ່ດ່ານັ້ງ ສຳເລັດຜົນ; ເຊື່ອໝັ້ນວ່າ ໃນປີ 2018 ແລະຊຸມປີຕໍ່ໆໄປ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ນຳໜ້າ, ປະຊາຊົນຫວຽດນາມ ຈະຍາດໄດ້ບັນດາຜົນງານໃໝ່, ນຳປະເທດຫວຽດນາມ ພັດທະນາຈະເລີນຮຸ່ງເຮືອງ.

leftcenterrightdel
 ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນສາຍພົວພັນລະຫວ່າງແຕ່ລະປະເທດກັບຫວຽດນາມ ໃນປີຜ່ານມາ, ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມປະຕິບັດບົດບາດຂອງຕົນເປັນຢ່າງດີເພື່ອປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມກັບຫວຽດນາມ ເວົ້າສະເພາະ ແລະລະຫວ່າງບັນດາປະເທດອາຊຽນ ເວົ້າລວມ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ ໃນປີຜ່ານມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາສືບຕໍ່ໄດ້ຮັບການຮັກສາ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດກໍ່ຄືການເຕີບໃຫຍ່ເຂັ້ມແຂງຂອງອົງການຈັດຕັ້ງອາຊຽນ ເວົ້າລວມ. ທ່ານເລຂາທິການໃຫຍ່ ຖືວ່າ,  ບັນດາຜົນງານທີ່ຫວຽດນາມ ຍາດມາໄດ້ໃນປີ 2017 ແມ່ນຍ້ອນມີສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພ້ອມກັບການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຈາກປະຊາຄົມສາກົນ, ໃນນັ້ນມີບັນດາປະເທດບ້ານໃກ້ເຮືອນຄຽງອາຊຽນ.

 

ແປໂດຍ: ຫງວຽນກຸກ