ຕາມທ່ານປະລິນຍາເອກ Mark Roberts ແລະທ່ານ ຫງວຽນບ໋າຄວ໋ຽນ ແລ້ວ, ພື້ນຖານທໍາອິດໃນສາຍພົວພັນລະຫວ່າງຫວຽດນາມ-ອົດສະຕາລີ ແມ່ນເລື່ອງລັດຖະບານພັກແຮງງານຂອງທ່ານນາຍົກລັດຖະມົນຕີ Gough Whitlam ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ຢ່າງເປັນທາງການໃນວັນທີ 26 ກຸມພາ 1973. ຈາກບາດກ້າວເປີດສາກນີ້, ສາຍພົວພັນໄດ້ເລີ່ມມີຄວາມໝາຍ.

ພາຍຫຼັງຫຼາຍປີສະໜອງອຸປະຖໍາດ້ວຍຫຼາຍຮູບການ, ສອງປະເທດໄດ້ເຫັນດີເປັນເອກະພາບເພື່ອໃຫ້ການອຸປະຖໍາໄດ້ຮັບການປະຕິບັດບົນພື້ນຖານ “ການຮ່ວມມືດ້ານເສດຖະກິດໃນໄລຍະຍາວ, ເພື່ອປະກອບສ່ວນພັດທະນາເສດຖະກິດຫວຽດນາມ ແລະຊຸກຍູ້ບັນດາການເຊື່ອມຕໍ່ດ້ານການຄ້າລະຫວ່າງອົດສະຕາລີ-ຫວຽດນາມ. ບົນພື້ນຖານນັ້ນ, ຂົວມິຖ້ວນ ໄດ້ຮັບການກໍ່ສ້າງຢູ່ຫວຽດນາມ, ນີ້ແມ່ນໂຄງການພື້ນຖານໂຄງລ່າງໃຫຍ່ທີ່ສຸດຂອງອົດສະຕາລີ ໃນຂະນະນັ້ນ ແລະໄດ້ກາຍເປັນສັນຍາລັກແຫ່ງສາຍພົວພັນສອງຝ່າຍ.

leftcenterrightdel
                               ຂົວມິຖ້ວນ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
                             ຂົວກາວແລ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ໂຄງການອຸປະຖໍາຂອງຂອງອົດສະຕາລີ ໄດ້ຊ່ວຍຫວຽດນາມ ຫຼຸດຜ່ອນອັດຕາສ່ວນຄວາມທຸກຍາກ, ບັນລຸໄດ້ການພັດທະນາແບບຍືນຍົງ, ຫັນບັນດາການເຄື່ອນໄຫວການດໍາເນີນທຸລະກິດເປັນທັນສະໄໝ ແລະປັບປຸງພື້ນຖານໂຄງລ່າງ.  ຖັດຈາກຂົວມິຖ້ວນ, ຂົວກາວແລ້ງ ຄາດຄະເນຈະໄດ້ເປີດນໍາໃຊ້ໃນປີ 2018 ນີ້. ດ້ວຍບ້ວງເງິນອຸປະຖໍາທີ່ມີມູນຄ່າ 160 ລ້ານໂດລາອົດສະຕາລີ, ນີ້ແມ່ນບ້ວງເງິນອຸປະຖໍາໂຄງການດຽວທີ່ມີມູນຄ່າໃຫຍ່ທີ່ສຸດຂອງອົດສະຕາລີ ຢູ່ອາຊີຕາເວັນອອກສ່ຽງໃຕ້  ໂດຍລັດຖະບານສອງປະເທດພ້ອມກັບທະນາຄານພັດທະນາອາຊີ ຮ່ວມອຸປະຖໍາ. ອົດສະຕາລີ ໄດ້ກາຍເປັນໜຶ່ງໃນບັນດານັກລົງທຶນຕ່າງປະເທດແຖວໜ້າຢູ່ຫວຽດນາມ ແລະການຄ້າສອງຝ່າຍໄດ້ເພີ່ມຂຶ້ນຕາມອັນດັບທະວີຄູນ.

ການສຶກສາແມ່ນສ່ວນໜຶ່ງທີ່ສໍາຄັນໃນສາຍພົວພັນລະຫວ່າງສອງປະເທດນັບແຕ່ໄລຍະຕົ້ນ. ແຕ່ລະປີ, ລັດຖະບານອົດສະຕາລີ ສະໜອງທຶນສຶກສາຈຳນວນຫຼາຍໃຫ້ແກ່ນັກສຶກສາຫວຽດນາມ. ໃນເດືອນ ກັນຍາ 2009, ອົດສະຕາລີ ແລະຫວຽດນາມ ກໍານົດສາຍພົວພັນຄູ່ຮ່ວມມືຮອບດ້ານ, ສະແດງ “ຄໍາໝັ້ນສັນຍາຮ່ວມມືຢ່າງແຮງ” ສໍາລັບສາຍພົວພັນ, ຂໍ້ຕົກລົງກໍ່ສ້າງໜຶ່ງຂອບເຂດ ເພື່ອແນໃສ່ປັບປຸງ ແລະເພີ່ມທະວີການຮ່ວມມືໃນບາງຂົງເຂດຫຼັກແຫຼ່ງ: ເປີດກວ້າງການພົວພັນດ້ານການເມືອງ; ຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະພັດທະນາດ້ານການຄ້າ...

ຮອດເດືອນ ມີນາ 2015, ສອງປະເທດລົງນາມໃນຖະແຫຼງການກ່ຽວກັບ “ເພີ່ມທະວີຄູ່ຮ່ວມມືຮອບດ້ານອົດສະຕາລີ-ຫວຽດນາມ”, ເນັ້ນໜັກເຖິງຜົນປະໂຫຍດກ່ຽວກັບ “ການເຕີບເສດຖະກິດ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ”, ສອງປະເທດຮັບຮອງ “ບັນດາສິ່ງທ້າທາຍພໍສົມຄວນ” ຂອງພາກພື້ນສໍາລັບສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ. ສອງປະເທດເຊື່ອໝັ້ນຕໍ່ການປັບປຸງບັນດາກົນໄກພາກພື້ນ ແລະເນັ້ນໜັກເຖິງຄວາມຈໍາເປັນຂອງ “ລະບົບການຄ້າຫຼາຍຝ່າຍອີງໃສ່ບັນດາຫຼັກການ” ໃນເມື່ອສ້າງ “ເງື່ອນໄຂດີທີ່ສຸດ” ໃຫ້ດ້ານການຄ້າ ແລະການລົງທຶນສອງຝ່າຍ ເພື່ອຕອບສະໜອງຄວາມສາມາດບົ່ມຊ້ອນຂອງຕົນ.

ກໍ່ຕາມທ່ານປະລິນຍາເອກ Mark Roberts ແລະທ່ານ ຫງວຽນບ໋າຄວ໋ຽນ ແລ້ວ, ເພື່ອໃຫ້ສາຍພົວພັນອົດສະຕາລີ-ຫວຽດນາມ ເກີດດອກອອກຜົນນັ້ນແມ່ນຕ້ອງເວົ້າເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ດ້ວຍຈໍານວນ 300.000 ຄົນ ແລະໄດ້ຮັບຖືວ່າເປັນສາຍເຊື່ອມຕໍ່ທີ່ສໍາຄັນໃຫ້ແກ່ການພົວພັນນີ້.

 

ແປໂດຍ: ຈາງຫງວຽນ