ເຂົ້າຮ່ວມການພົບປະຍັງມີທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນ ຂວາຍປະຊາຊົນສູນກາງ; ທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບການນໍາ ແລະພະນັກງານ, ລັດຖະກອນ, ຄະນະຂົນຂວາຍປະຊາຊົນສູນກາງ, ຄະນະພັກກຸ່ມບັນດາອົງການສູນກາງ, ຄະນະພັກກຸ່ມວິສາຫະກິດສູນກາງ ແລະຄະນະພັກຕ່າງປະເທດ. ພາບ: nhandan.com.vn.

ຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ, ອວຍພອນປີໃໝ່ເຖິງພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງບັນດາອົງການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ປີ 2018 ໄດ້ຮັບກໍານົດແມ່ນປີຂົນຂວາຍປະຊາຊົນອຳນາດການປົກຄອງ, ສະແດງໃຫ້ເຫັນບົດບາດສໍາຄັນຂອງວຽກງານຂົນຂວາຍປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອສົມທົບກັບອົງການຂອງພັກ, ພິເສດແມ່ນຄະນະຂົນຂວາຍປະຊາຊົນສູນກາງ; ຄຽງຂ້າງນັ້ນ, ລະບົບອຳນາດການປົກຄອງທຸກຂັ້ນແຕ່ສູນກາງຕະຫຼອດຮອດທ້ອງຖິ່ນ ຈະສົມທົບກັບອົງການຂົນຂວາຍປະຊາຊົນເພື່ອປະຕິບັດໜ້າທີ່ນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເນັ້ນໜັກເຖິງບົດບາດ, ທີ່ຕັ້ງສໍາຄັນຂອງບັນດາອົງການພັກຄືຄະນະພັກກຸ່ມບັນດາອົງການສູນກາງ, ຄະນະພັກກຸ່ມວິສາຫະກິດສູນກາງ, ຄະນະພັກຕ່າງປະເທດສໍາລັບພາລະກິດສ້າງສາ ແລະພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ບໍ່ພຽງແຕ່ໃນປີ 2018 ເທົ່ານັ້ນຫາກຍັງໃນຊຸມປີຈະມາເຖິງຈະເປີດໄລຍະໃໝ່ເພື່ອສົມທົບກັນປະຕິບັດໜ້າທີ່ລະຫວ່າງລັດຖະບານ, ຄະນະກຳມະການພັກລັດຖະບານ, ນາຍົກລັດຖະມົນຕີກັບຄະນະຂົນຂວາຍປະຊາຊົນສູນກາງ ແລະບັນດາອົງການຂອງພັກໃຫ້ດີກວ່າອີກ.

 

ແປໂດຍ: ກວຽດເຕິມ