ປີ 2017, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະເໜີ ແລະໄດ້ຮັບການອະນຸມັດຜ່ານແຜນຮ່າງ “ລົງທຶນກໍ່ສ້າງບັນດາກົດບັນຍັດຂອງກໍາມະບານຢູ່ບັນດາເຂດອຸດສາຫະກໍາ, ເຂດປຸງແຕ່ງ” ຈາກນາຍົກລັດຖະມົນຕີ, ເຊິ່ງໄດ້ເປີດບັນດາເງື່ອນໄຂໃໝ່ເພື່ອໃຫ້ອົງການຈັດຕັ້ງກໍາມະບານສ້າງຄວາມສະໜິດຕິດພັນລະຫວ່າງອົງການຈັດຕັ້ງກໍາມະບານ ແລະສະມາຊິກກໍາມະບານ, ຜູ້ອອກແຮງງານຢ່າງແໜ້ນແຟ້ນກວ່າອີກ; ແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ອອກແຮງງານເທື່ອລະກ້າວ.

ດ້ວຍຈິດໃຈປະຕິບັດວຽກງານໃນທັນທີພາຍຫຼັງບຸນປີໃໝ່ປະຈໍາຊາດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າກໍາມະບານທຸກຂັ້ນເອົາໃຈໃສ່ເຖິງສະມາຊິກກໍາມະບານ, ຊົນຊັ້ນກໍາມະກອນຄວນອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ, ປະຕິບັດລະບຽບການອອກແຮງງານເປັນຢ່າງດີ, ປະກອບສ່ວນຍົກສູງສະມັດຕະພາບການອອກແຮງງານ, ປະຕິບັດສໍາເລັດໜ້າທີ່ປີ 2018.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນພະນັກງານ, ກໍາມະກອນ, ພາລະກອນ ແລະ ຜູ້ອອກແຮງງານສະຫະພັນໃຫຍ່ແຮງງານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດຕັ້ງລາຍການທີ່ມີຄວາມໝາຍຫຼາຍຢ່າງ, ໃນນັ້ນມີລາຍການ “ຫວຽດນາມ ສະຫງ່າອົງອາດ-ຂີດໝາຍ 30 ປີແຫ່ງການປ່ຽນແປງໃໝ່” ເພື່ອແນໃສ່ເຊີດຊູຊົນຊັ້ນກໍາມະກອນຫວຽດນາມ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະຫະພັນໃຫຍ່ແຮງງານຫວຽດນາມ ຊີ້ນໍາກອງປະຊຸມໃຫຍ່ກໍາມະບານຂັ້ນຮາກຖານໃນປີ 2018 ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ກໍາມະບານທົ່ວປະເທດ.  ໃນນັ້ນ, ຕ້ອງນໍາເຂົ້າກອງປະຊຸມໃຫຍ່ເນື້ອໃນການປຶກສາຫາລືກ່ຽວກັບການປະຕິວັດອຸດສາຫະກໍາ 4.0 ທີ່ພວມດໍາເນີນເພື່ອບໍາລຸງສ້າງໃຫ້ແກ່ຊົນຊັ້ນກໍາມະກອນຫວຽດນາມ, ຕອບສະໜອງຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຢີ ໃນສະພາບການໃໝ່.

ຈາກສະພາບຕົວຈິງ, ບັນດາກົດບັນຍັດໃຫ້ແກ່ກໍາມະກອນແມ່ນຍັງໜ້ອຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫະພັນໃຫຍ່ແຮງງານຫວຽດນາມ ສົມທົບກັບບັນດາອົງການກ່ຽວຂ້ອງເພື່ອສືບຕໍ່ສ້າງບັນດາກົດບັນຍັດກໍາມະບານໃຫ້ແກ່ກໍາມະກອນ. ລັດຖະບານ ແລະອໍານາດການປົກຄອງທຸກຂັ້ນຍາມໃດກໍ່ຕ້ອງສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອໃຫ້ບັນດາມະຕິຂັ້ນສູນກາງ ແລະທ້ອງຖິ່ນໄດ້ຮັບການຜັນຂະຫຍາຍ, ເຂົ້າສູ່ການດໍາລົງຊີວິດ, ຮັບໃຊ້, ປົກປ້ອງຊົນຊັ້ນກໍາມະກອນຫວຽດນາມ.

 

ແປໂດຍ: ທູຈາງ