ທີ່ກອງປະຊຸມຄົບຄະນະ, ທ່ານນາງເອກອັກຄະລັດຖະທູດສະວິດ Anne Lugon-Moulin ໃຫ້ຮູ້ວ່າ, ປະເທດເຈົ້າພາບ ເຊິ່ງຕົວແທນແມ່ນກະຊວງການຕ່າງປະເທດ ສະວິດ ໄດ້ປະຕິບັດສຳເລັດໜ້າທີ່ເປັນປະທານຂອງ GAF ພາຍຫຼັງ 2 ປີທຳອິດທີ່ກຸ່ມນີ້ໄດ້ຮັບການສ້າງຕັ້ງ. ປະຕິບັດຂໍ້ກຳນົດຂອງ GAF ກ່ຽວກັບການເລືອກຕັ້ງປະທານຜັດປ່ຽນແຕ່ລະປີ, ພາຍຫຼັງທາບທາມຄຳເຫັນບັນດາປະເທດສະມາຊິກ, ສະວິດ ໄດ້ສະເໜີຫວຽດນາມ ແມ່ນປະເທດທຳອິດຮັບດຳລົງຕຳແໜ່ງເປັນປະທານ GAF ພາຍຫຼັງອາຍຸການຂອງປະເທດເຈົ້າພາບ ສະວິດ.

leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະວິດ ຟ້າມຫາຍບັ່ງ. ພາບ: ສໍານັກຂ່າວສານຫວຽດ ນາມ.

ຂອບໃຈບັນດາປະເທດສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍບັ່ງ ຢັ້ງຢືນວ່າ, ຈະມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງ GAF, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກຂອງອົງການຝະລັ່ງໂກໂຟນີສາກົນ ໃຫ້ເປັນຢ່າງດີ ແລະກ່ອນອື່ນໝົດແມ່ນສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດສັບປະດາຝະລັ່ງໂກໂຟນີຢູ່ສະວິດໃນເດືອນມີນາຈະມາເຖິງ.

 

ແປໂດຍ: ເຈິ່ນຮວ່ຽນ