ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນເມືອງ ດົ໋ງດາ ຫວໍຫງວຽນຟອງ ໄດ້ຫວນຄືນວິລະກຳທີ່ສະຫງ່າອົງອາດຂອງນັກຮົບວິລະຊົນ ກວາງຈຸງ - ຫງວຽນເຫ້ວ ທີ່ໄດ້ຕີໄຊຊະນະທະຫານ ໝານຈິງ 20 ໝື່ນກວ່າຄົນ, ປົດປ່ອຍເມືອງຫຼວງທັງລອງ, ຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: hanoimoi.com.vn

ຕອນເຊົ້າວັນດຽວກັນ, ຢູ່ວິຫານເຈົ້າຊີວິດກວາງຈຸງ, ທີ່ພູ ຢຸງກວ໋ຽດ, ແຂວງ ເງ້ອານ, ເຊິ່ງແມ່ນແຫ່ງເຈົ້າຊີວິດກວາງຈຸງ ເລືອກເຟັ້ນເພື່ອສ້າງເມືອງຫຼວງໄດ້ຈັດພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ເຊັ່ນດຽວກັນ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ກຸມພາ, ພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ກໍ່ຖືກຈັດຂຶ້ນຢູ່ເມືອງ ໄຕເຊີນ, ແຂວງບິ່ງດິ້ງ, ເຊິ່ງແມ່ນບ້ານເກີດເມືອງນອນຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ. ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຫງວຽນຕ໋ວນແທງ ສະເໜີແຈ້ງວ່າ “ໂດຍເສີມຂະຫຍາຍຈິດໃຈໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ອະມະຕະ ແລະການບຸກໂຈມຕີໄວ, ຍາດເອົາໄຊນະນະຂອງເຈົ້າຊີວິດກວາງຈຸງ, ຕໍ່ໜ້າສະພາບການໃໝ່ຂອງປະເທດຊາດໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ມານະພະຍາຍາມສູ້ຊົນສ້າງແຂວງ ບິ່ງດິ້ງ ໃຫ້ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່. ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີໄຊ, ສູ້ຊົນເພື່ອຄາດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

ແຫຼ່ງຄັດຈາກ vovworld.vn