ບົດລາຍງານວຽກງານຂອງຄະນະພົວພັນຕ່າງປະເທດສູນກາງ ແລະບັນດາຄໍາຄິດຄໍາເຫັນທີ່ກອງປະຊຸມໃຫ້ຮູ້ວ່າ, ໃນສະພາບການໂລກ, ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ວຽກງານພົວພັນຕ່າງປະເທດຂອງພັກໄດ້ຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ປະກອບສ່ວນຢ່າງເໝາະສົມເຂົ້າກັບຜົນງານພົ້ນເດັ່ນໃນວຽກງານພົວພັນຕ່າງປະເທດຂອງປະເທດຊາດໃນປີຜ່ານມາ.

leftcenterrightdel
ທ່ານ ເຈີ່ນກ໋ວກເວື້ອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ເຟືອງລິງ

ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານ ເຈີ່ນກ໋ວກເວື້ອງ ຕີລາຄາສູງ ແລະຊົມເຊີຍບັນດາຜົນງານວຽກງານຮອບດ້ານ ເຊິ່ງຄະນະພົວພັນຕ່າງປະເທດສູນກາງບັນລຸໄດ້ໃນປີ 2017. ທ່ານສະເໜີຄວນສືບຕໍ່ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ຄາດຄະເນຍຸດທະສາດ, ເຮັດວຽກງານເປັນເສນາທິການ, ປະເມີນຜົນໃຫ້ກົມການເມືອງ, ຄະນະເລຂາທິການກ່ຽວກັບການພົວພັນຕ່າງປະເທດໃຫ້ດີ. ເພີ່ມທະວີການຄຸ້ມຄອງເປັນເອກະພາບບັນດາການເຄື່ອນໄຫວພົວພັນຕ່າງປະເທດຕາມທິດແທ້ຈິງ, ປະຢັດ, ມີປະສິດທິຜົນ; ຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດໃຫ້ດີ, ເປັນຕົ້ນແມ່ນການພົວພັນຕ່າງປະເທດຂັ້ນສູງ; ຊີ້ນໍາ, ແນະນໍາວຽກງານພົວພັນຕ່າງປະເທດປະຊາຊົນ, ກໍ່ສ້າງໝູ່ຄະນະກົມກອງທີ່ໝັ້ນຄົງເຂັ້ມແຂງຕິດພັນກັບການປະຕິບັດບັນດາມະຕິສູນກາງເປັນຢ່າງດີ.

leftcenterrightdel
ທ່ານ ເຈີ່ນດັ໋ກເລີ້ຍ, ຮອງຫົວໜ້າຄະນະປະຈໍາຄະນະພົວພັນຕ່າງປະເທດສູນກາງ ແນະນຳບົດລາຍງານສະຫຼຸບວຽກງານປີ 2017 ແລະທິດທາງວຽກງານປີ 2018. ພາບ: ເຟືອງລິງ

ທ່ານ ເຈີ່ນກ໋ວກເວື້ອງ ກໍ່ຮຽກຮ້ອງໃຫ້ບັນດາຄະນະ, ກະຊວງ, ຂະແໜງການເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງໃນບັນດາບັນຫາພົວພັນຕ່າງປະເທດ. ສ້າງຜົນງານໃຫຍ່ຫຼວງກວ່າອີກໃນປີບານພັບ 2018 ເພື່ອປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ.

 

ແປໂດຍ: ດັ້ງເກື່ອງ