ໂດຍຮັບຄໍາເຊີນຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຕອນເຊົ້າວັນທີ 15 ມັງກອນ, ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການນັບແຕ່ວັນທີ 15 ຫາວັນທີ 17 ມັງກອນ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ທູຈາງ

ຕອນເຊົ້າວັນທີ 16 ມັງກອນ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ.

ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ຊົມເຊີຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ຕີລາຄາການຢ້ຽມຢາມຂອງທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ຈະຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດກວ່າອີກ. ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງໝາກຜົນແຫ່ງການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ, ຖືວ່າການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດແມ່ນສາຍພົວພັນ “ພິເສດຂອງພິເສດ”, ມີແຕ່ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ຈຶ່ງໄດ້ຄືແນວນັ້ນ.

ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ໃຫ້ຮູ້ວ່າ, ຈະຊີ້ນໍາກະຊວງປ້ອງກັນປະເທດ ປະຕິບັດບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ. ສອງຝ່າຍຈະພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ພັດທະນາ, ພ້ອມທັງສົມທົບກັນ, ຮ່ວມມືປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ດີຂຶ້ນ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໃຫ້ຮູ້ວ່າ, ການຮ່ວມມືດ້ານປ້ອງກັນຊາດສອງປະເທດ ປີ 2017 ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ລື່ນກາຍຄວາມຄອງຄອຍ, ພິເສດແມ່ນວຽກງານໂຄສະນາ, ການສຶກສາມູນເຊື້ອ; ການຮ່ວມມືບໍາລຸງສ້າງ, ແລກປ່ຽນຄະນະ; ເພີ່ມທະວີການພົບປະແລກປ່ຽນຊາຍແດນ, ການຄຸ້ມຄອງຊາຍແດນ...  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ເຊື່ອໝັ້ນວ່າສອງລັດ, ສອງກົມການເມືອງຈະມີຄວາມເອົາໃຈໃສ່ໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ນໍາການຮ່ວມມືດ້ານປ້ອງກັນຊາດສືບຕໍ່ເປັນເສົາຄ້ຳໃນການພົວພັນສອງປະເທດ.

 

ແປໂດຍ: ເຈິ່ນຮວ່ຽນ