ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາຜູ້ແທນຈະຮັບຟັງຕີລາຄາຮອບດ້ານບັນດາໝາກຜົນບັນລຸໄດ້ໃນປີ 2017, ກໍ່ຄືບັນດາຂໍ້ຈໍາກັດ, ອ່ອນດ້ອຍ, ແຕ່ຈາກນັ້ນວາງອອກທິດທາງ, ໜ້າທີ່ໃນປີ 2018 ໃຫ້ຂະແໜງກໍ່ສ້າງ; ຮັບຟັງບັນດາຄຳເຫັນປະກອບຂອງບັນດາກົມກອງສັງກັດກະຊວງ, ຄຳເຫັນປະກອບຂອງການນໍາ, ຜູ້ຕາງໜ້າບັນດາອົງການ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ, ບັນດາວິສາຫະກິດ, ບັນດາສະມາຄົມ, ສະຫະສະມາຄົມ.

leftcenterrightdel

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍແຜນ ການປີ 2018 ຂະແໜງກໍ່ສ້າງ. ພາບ: baochinhphu.vn

ຕາມລາຍງານໂດຍທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ສະເໜີຢູ່ກອງປະຊຸມ, ປີ 2017, ລະດັບການເຕີບໂຕຂອງຂະແໜງສູງພໍສົມຄວນ, ບັນລຸ  8,7% ຖືກຈັດອັນດັບທີ 3 ໃນຈໍານວນຂະແໜງການກ່ຽວກັບອັດຕາປະກອບສ່ວນເຂົ້າລະດັບເຕີບໂຕ GDP ໃນທົ່ວປະເທດ.

ບັນດາຕົວເລກຄາດໝາຍຕົ້ນຕໍ່ກ່ຽວກັບການພັດທະນາຕົວເມືອງ, ພື້ນຖານໂຄງລ່າງເຕັກນິກ, ເຮືອນຢູ່ລ້ວນແຕ່ເພີ່ມຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ.

ພິເສດ, ຂະແໜງອຸດສາຫະກໍາວັດສະດຸກໍ່ສ້າງພັດທະນາຢ່າງແຮງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນປະເທດ ແລະເປີດກວ້າງຕະຫຼາດ, ຜະລິດຕະພັນສົ່ງອອກ. ການຜະລິດຊີມັງຖືກຈັດອັນດັບທີໜຶ່ງອາຊຽນ ແລະ ໃນ top 10 ຂອງໂລກກ່ຽວກັບປະລິມານການຜະລິດ. ຜະລິດຕະພັນວັດສະດຸກໍ່ສ້າງບາງຢ່າງມີອິດທິພົນຊື່ສຽງພາຍໃນປະເທດ ແລະໂລກ. ກະຊວງກໍ່ສ້າງໄດ້ເປັນເສນາທິການໃຫ້ລັດຖະບານ, ນາຍົກລັດຖະມົນຕີ ຢ່າງທັນການກ່ຽວກັບບັນດາວິທີການແກ້ໄຂເພື່ອຮັບປະກັນລາ ຄາຂີ້ຊາຍກໍ່ສ້າງ ແລະການສົ່ງອອກຂີ້ຊາຍປະເພດຕ່າງໆເປັນປົກກະຕິ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baochinhphu.vn

ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ບົດລາຍງານຂອງກະຊວງກໍ່ສ້າງ ໄດ້ຊີ້ອອກດ້ານທີ່ຍັງຄົງຄ້າງ, ຈໍາກັດຢ່າງກົງໄປກົງມາຄືວຽກງານເປັນເສນາທິການ, ການສະເໜີປ່ຽນແປງໃໝ່ວິທີການ, ທິດສະດີ, ເຄື່ອງມື, ວິທີການຍົກສູງຜົນສັກສິດໃນການຄຸ້ມຄອງລັດໃນບາງເນື້ອໃນແມ່ນຍັງບໍ່ທັນທ່ວງທັນກັບສະພາບພຶດຕິກຳຕົວຈິງ.

ກ່ອນອື່ນໝົດ, ກະຊວງກໍ່ສ້າງສະເໜີຕໍ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ບັນດາຄໍາສັ່ງກ່ຽວກັບການເພີ່ມທະວີວຽກງານແຜນຜັງ; ວິທີການແກ້ໄຂພັດທະນາຕະຫຼາດອະສັງຫາລິມະຊັບ...

ຖານຂໍ້ມູນເອເລັກໂຕນິກລັດຖະບານ ຈະສືບຕໍ່ໃຫ້ຂ່າວກ່ຽວກັບກອງປະຊຸມນີ້.

 

ແປໂດຍ: ເຈິ່ນຮວ່ຽນ