ປີ 2017, ກໍາລັງຕໍາຫຼວດປະຊາຊົນ ໄດ້ປະຕິບັດພາລະບົດບາດເປັນເສນາທິການຕໍ່ພັກ, ລັດ ກ່ຽວກັບບັນດາບັນຫາໂດຍພື້ນຖານ, ຍຸດທະສາດໃນບັນດາຂົງເຂດການເມືອງ, ເສດຖະກິດ, ການພົວພັນຕ່າງປະເທດ, ຮັບປະກັນຜົນປະໂຫຍດ, ຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ. ບັນດາກົມກອງໄດ້ສ້າງວິທີການ, ແຜນການ, ຈັດຕັ້ງຜັນຂະຫຍາຍບັນດາມາດຕະການວຽກງານປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພບັນດາເປົ້າໝາຍ, ເຫດການການເມືອງ, ປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພສັບປະດາຂັ້ນສູງ APEC ຢ່າງເດັດຂາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ. ວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາ ບັນລຸໄດ້ 10,41% ເມື່ອທຽບໃສ່ຕົວເລກຄາດໝາຍທີ່ສະພາແຫ່ງຊາດວາງອອກ;  ສືບສວນ-ສອບສວນ, ຄົ້ນຫາບັນດາຄະດີທີ່ຮ້າຍແຮງໂດຍໄວ, ລະງັບການເພີ່ມຂຶ້ນຂອງອາດຊະຍາກໍາ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມມີການຫັນປ່ຽນຢ່າງຕັ້ງໜ້າ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕໍາຫຼວດປະຊາຊົນ ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບກອງທັບປະຊາຊົນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນທຸກກໍລະນີ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ສ້າງສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ຄວາມປອດໄພ, ປອດໃສຮັບໃຊ້ໜ້າທີ່ພັດທະນາເສດຖະກິດ, ສັງຄົມ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ປີ 2018, ຂະແໜງຕໍາຫຼວດສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢ່າງເຂັ້ມງວດ ແລະມີປະສິດທິຜົນ; ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການຢ່າງໃກ້ຊິດ ເພື່ອເປັນເຈົ້າການ, ເປັນເສນາທິການຕໍ່ພັກ, ລັດ ປະກາດໃຊ້ບັນດາແຜນນະໂຍບາຍ, ມາດຕະການເພື່ອແນໃສ່ປະຕິບັດໜ້າທີ່ປ້ອງກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢ່າງມີໄຊ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ ແລະການພົວພັນຕ່າງປະເທດຂອງປະເທດຊາດ. ສຸມໃສ່ຄົ້ນພົບ, ສະກັດກັ້ນ, ບໍ່ໃຫ້ເກີດການກໍ່ການຮ້າຍ, ທໍາລາຍ, ຈະລາຈົນ, ກໍ່ກວນຄວາມເປັນລະບຽບຮຽບຮ້ອຍ.

leftcenterrightdel
ທ່ານພົນໂທ ໂຕເລິມ, ກໍາມະການກົມການເມືອງ, ເລຂາຄະນະພັກຕໍາຫຼວດສູນກາງ, ລັດຖະມົນຕີກະຊວງຕໍາຫຼວດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຕ໋ວນນາມ.

ສ້າງການຫັນປ່ຽນຢ່າງຕັ້ງໜ້າກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ, ລະງັບການເພີ່ມຂຶ້ນຂອງອາດຊະຍາກໍາ, ຍູ້ຖອຍໄພສັງຄົມ, ເຮັດໃຫ້ບັນດາອາດຊະຍາກໍາທີ່ຮ້າຍແຮງ, ຮ້າຍແຮງທີ່ສຸດ ແລະຮ້າຍແຮງເປັນພິເສດປະເພດຕ່າງໆຫຼຸດລົງ; ສະກັດກັ້ນການເຄື່ອນໄຫວຂອງກຸ່ມອາດຊະຍາກໍາ; ລົບລ້າງບັນດາຈຸດເຕົ້າໂຮມທີ່ສັບສົນກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

 

ແປໂດຍ: ຮວ່າງເຈື່ອງ