ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຫງວຽນວັນອານ, ອະດີດກໍາມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ; ທ່ານນາງ ດັ້ງທິຫງອກທິ້ງ, ກໍາມະການສູນກາງພັກ, ຮອງປະທານປະເທດ, ຮອງປະທານຜູ້ທີໜຶ່ງສະພາແຂ່ງຂັນ-ຍ້ອງຍໍສູນກາງ; ທ່ານນາງ ຫງວຽນທິຢວານ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານປະເທດ; ພ້ອມດ້ວຍຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ແຂວງ ແລະທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ບັນດາການນໍາເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ແອງກວນ
leftcenterrightdel
ທ່ານ ຫວໍວັນເຖືອງ ແລະທ່ານນາງ ດັ້ງທິຫງອກທິ້ງ ມອບລາງວັນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ. ພາບ: ແອງກວນ
leftcenterrightdel
ການນໍາທ້ອງຖິ່ນຮັບໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດເຂດອະນຸສອນສະຖານ ກ໋າດເຕື່ອງ. ພາບ: ແອງກວນ

ຕອນຍັງມີຊີວິດຢູ່, ປະທານ ໂຮ່ຈິມິນ ຍາມໃດກໍ່ເອົາໃຈໃສ່ຊີ້ນໍາ-ນໍາພາຂະບວນການບັນດາທ້ອງຖິ່ນ, ຮາກຖານຢ່າງໃກ້ຊິດຕິດແທດ. ເພິ່ນໄດ້ສະຫງວນໃຫ້ອົງຄະນະພັກ ແລະປະຊາຊົນແຂວງ ຮ່ານາມ ບັນດາອາລົມຈິດ ແລະຄວາມເອົາໃຈໃສ່ເປັນພິເສດ. ເພິ່ນໄດ້ພົບປະໂອ້ລົມ, ສົ່ງຈົດໝາຍ, ໂທຫາ, ຂຽນບົດຍ້ອງຍໍ, ຊົມເຊີຍອົງຄະນະພັກ ແລະປະຊາຊົນແຂວງ ຮ່ານາມ.

ພິເສດ, ກ່ອນນີ້ 60 ປີ, ວັນທີ 14 ມັງກອນ 1958, ອົງຄະນະພັກ ແລະປະຊາຊົນ ແຂວງ ຮ່ານາມ ເປັນກຽດໄດ້ຮັບຕ້ອນປະທານ ໂຮ່ຈິມິນ ເມືອຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມປະເມີນຜົນວຽກງານຕ້ານໄພແຫ້ງແລ້ງຂອງແຂວງ.

ຈາກນັ້ນ, ເພິ່ນເມືອຢ້ຽມຢາມສະຖານທີ່ກໍ່ສ້າງຊົນລະປະທານຂຶ້ນກັບຕາແສງ ກ໋າດເຕື່ອງ (ປັດຈຸບັນແມ່ນຕາແສງ ອານໝີ໋) ເມືອງ ບິ່ງລູກ; ຍ້ອງຍໍ, ປຸກລະດົມພະນັກງານ, ກໍາມະກອນ, ຊາວນາສູ້ຊົນປະຕິບັດສໍາເລັດຊົນລະປະທານໂດຍໄວ ເພື່ອເອົານໍ້າເຂົ້ານາຢ່າງທັນການ...

ບັນດາຄໍາບອກເຕືອນຂອງ ລຸ່ງໂຮ່ ສໍາລັບພະນັກງານ, ສະມາຊິກພັກ, ຜູ້ອາຍຸສູງ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ທະຫານ, ທະຫານເຈັບປ່ອຍ ແລະປະຊາຊົນ ແຂວງ ຮ່ານາມ ທຸກຊັ້ນວັນນະເມື່ອ ເພິ່ນເມືອຢ້ຽມຢາມ, ມີຄວາມໝາຍໃຫ້ກໍາລັງໃຈຢ່າງໃຫຍ່ຫຼວງ, ພ້ອມທັງເປັນບົດຮຽນຢ່າງເລິກເຊິ່ງກ່ຽວກັບການສະໜິດຕິດພັນກັບຮາກຖານ, ປະຊາຊົນ, ເບິ່ງແຍງດູແລຊີວິດການເປັນຢູ່. ຖືເປັນສໍາຄັນການຜະລິດກະສິກໍາ, ສາມັກຄີເປັນເອກະພາບ, ຮັກສາລະບຽບວິໄນ... ໃນພາລະກິດປະຕິວັດ, ສ້າງສາບ້ານເກີດເມືອງນອນແຂວງ ຮ່ານາມ ໃຫ້ນັບມື້ນັບອຸດົມຮັ່ງມີ ແລະເຂັ້ມແຂງ,  ສີວິໄລ.

ປະຕິບັດຄໍາບອກເຕືອນຂອງປະທານ ໂຮ່ຈິມິນ ທີ່ເຄົາລົບຮັກ, ອົງຄະນະພັກ, ທະຫານ ແລະປະຊາຊົນແຂວງ ຮ່ານາມ ນັບມື້ນັບສູ້ຊົນຢ່າງບໍ່ຢຸດຢັ້ງ, ບືນຕົວຂຶ້ນ, ມີການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບກໍາລັງຄົນ, ວັດຖຸໃນພາລະກິດສ້າງສາສັງຄົມນິຍົມຢູ່ພາກເໜືອ ແລະດໍາເນີນການປະຕິວັດປົດປ່ອຍຊາດຢູ່ພາກໃຕ້.

ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ພິເສດແມ່ນນັບແຕ່ເມືອແຂວງ ຮ່ານາມ ໄດ້ຮັບການສ້າງຕັ້ງຄືນໃໝ່ (ເດືອນມັງກອນ ປີ 1997), ດ້ວຍຄວາມມານະພະຍາຍາມ, ຄວາມສາມັກຄີ, ເສີມຂະຫຍາຍມູນເຊື້ອປະຕິວັດຢ່າງແຮງ, ບັນດາທ່າແຮງດ້ານພູມສາດ, ທໍາມະຊາດ, ຊາວຮ່ານາມ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ອົງຄະນະພັກ, ກອງທັບ ແລະປະຊາຊົນແຂວງ ຮ່ານາມ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ.

leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະວັດທະນະທໍາທີ່ພິທີ. ພາບ: ແອງກວນ

ການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນດໍາລົງຊີວິດຂອງປະທານ ໂຮ່ຈິມິນ ໃນບໍລິເວນແຂວງ ໄດ້ກາຍເປັນຂະບວນການຢ່າງເລິກເຊິ່ງກວ້າງຂວາງຢ່າງແທ້ຈິງ, ສ້າງການຫັນປ່ຽນໂດຍພື້ນຖານກ່ຽວກັບສະຕິຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນເຮັດວຽກໃນໝູ່ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ພະນັກງານ, ນັກຮົບ, ກໍາລັງປະກອບອາວຸດ ແລະປະຊາຊົນ.

ເພື່ອຈົດຈຳບຸນຄຸນ ແລະສ້າງຂີດໝາຍເຫດການປະທານ ໂຮ່ຈິມິນ ເມືອຢ້ຽມຢາມທ້ອງຖິ່ນ, ປີ 2011, ເຂດອະນຸສອນສະຖານ ກ໋າດເຕື່ອງ ໄດ້ລົງມືກໍ່ສ້າງຢູ່ສະຖານທີ່ປະທານ ໂຮ່ຈິມິນ ພົບປະໂອ້ລົມ ແລະໃຫ້ກໍາລັງໃຈປະຊາຊົນຕ້ານໄພແຫ້ງແລ້ງ. ທີ່ພິທີ, ການນໍາທ້ອງຖິ່ນໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດໃຫ້ເຂດອະນຸສອນສະຖານ ກ໋າດເຕື່ອງ.

 

ແປໂດຍ: ຮວ່າງເຈື່ອງ